27 C
Vientiane
Friday, October 18, 2024

ສໍາປະທານ 35 ປີ ທາງເຂົ້ານໍ້າຕົກຕາດ ກວາງຊີ ເປັນຈຸດຂາຍເຄື່ອງທ່ອງທ່ຽວ

ພິທີເຊັນສັນຍາສໍາປະທານດິນລັດເຂດທາງເຂົ້າແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ ເພື່ອພັດທະນາເປັນຈຸດຂາຍເຄື່ອງຮັບໃຊ້ການທ່ອງທ່ຽວ ໄດ້ຈັດຂຶ້ນໃນວັນທີ 24 ທັນ ວາ 2019 ຢູ່ພະ ແນກແຜນການ ແລະການລົງທຶນແຂວງລະຫວ່າງທ່ານ ນາງ ສິລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະການລົງທືນແຂວງ ແລະນາງ ສີທອງ ປອນເຮືອງປະເສີດ ປະທານບໍລິສັດ ເຮືອງປະເສີດກຼຸບ ຈຳກັດໄດ້ຮ່ວມກັນລົງນາມເຊັນບົດບັນທຶກໂດຍຊ່ອງໜ້າພະຍານທັງສອງຝ່າຍ. 


ອີງຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນສະບັບເລກທີ 14/ສພຊ ລົງວັນທີ 17 ພະຈິກ 2016, ໜັງສືສະເໜີຂອງພະແນກແຜນການ ແລະການລົງທຶນແຂວງ ແລະຂໍ້ຕົກລົງຂອງເຈົ້າແຂວງຫຼວງພະບາງເລກທີ 84/ຈຂ. ຫຼບລົງວັນທີ 17 ທັນວາ 2019 ເຈົ້າແຂວງຕົກລົງເຫັນດີໃຫ້ພະແນກແຜນການ ແລະ ການລົງ ທຶນແຂວງເຊັນສັນຍາສຳປະທານດິນລັດເຂດຊ້າຍມືທາງເຂົ້າແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີກັບບໍລິສັດເຮືອງປະເສີດກຼຸບຈຳກັດເພື່ອພັດທະນາເປັນຮ້ານຂາຍເຄື່ອງຮັບໃຊ້ການທ່ອງທ່ຽວຊຶ່ງຕັ້ງຢູ່ບ້ານທ່າແປ້ນນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ ມີເນື້ອທີ່ດິນທັງໝົດ 5.864 ຕາແມັດ, ຮູບການລົງທຶນ, ມູນຄ່າການລົງທຶນ ແລະທຶນຈົດທະບຽນໂດຍແມ່ນເອກະຊົນ 100%ມີມູນຄ່າລົງທຶນທັງໝົດເກືອບ 8 ຕື້ກີບ ໄລຍະສຳປະທານ 35 ປີ ທັງນີ້ກໍ່ເພື່ອອໍານວຍຄວາມສະດວກໃຫ້ແກ່ການບໍລິການທ່ອງທ່ຽວ ແລະອຳນວຍຄວາມສະດວກ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມສະອາດຈົບງາມໃນການບໍລິການ ແລະສ້າງວຽກເຮັດງານທຳໃຫ້ປະຊາຊົນບ້ານໃກ້ຄຽງມີອາຊີບດີຂຶ້ນ, ສ້າງໃຫ້ສະຖານທີ່ດັ່ງກ່າວກາຍເປັນສະຖານທີ່ທ່ອງທ່ຽວອັນໃໝ່ໃຫ້ແກ່ແຂວງຫຼວງພະບາງ.


ຂ່າວໂດຍ: ແຫຼ້ ສຸລິນພອນ
 ໜັງສືພິມເສດຖະກິດ-ສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles