22.8 C
Vientiane
Friday, October 18, 2024

Lucky Air ຈະບິນມາລາວ !

ສາຍການບິນ Lucky Air ຂອງ ສປ ຈີນ ຈະເປີດ 2 ເສັ້ນທາງການບິນໃໝ່ ໂດຍໃນວັນທີ 22-23 ທັນວາ 2019 ຈະບິນຈາກ ຂຸນມິງ ສປ ຈີນ ໄປຫາ ເມືອງມໍລະດົກໂລກ ຫຼວງພະບາງ ແລະ ນະຄອນຫຼວງວຽງຈັນ ສປປ ລາວ.


ອ້າງອີງຕາມ ຕາຕະລາງການບິນ ຂອງສາຍການບິນ Lucky Air, ສາຍການບິນດັ່ງກ່າວ ຈະບິນ 2 ຖ້ຽວຕໍ່ອາທິດ ໃນວັນພຸດ ແລະ ວັນທິດ ໂດຍເດີນທາງອອກຈາກຂຸນມິງ ໃນເວລາ 15:35 ຮອດສະໜາມບິນຫຼວງພະບາງ ໃນເວລາ 16:30 ໂດຍເລີ້ມປະຕິບັດ ໃນວັນທີ 22 ທັນວານີ້.


ການບິນກັບ ແມ່ນຈະເລີ້ມຈາກ ຫຼວງພະບາງ ໃນເວລາ 17:30 ແລະ ກັບຮອດ ຂຸນມິງ ໃນເວລາ 21:10 ໂດຍນໍາໃຊ້ ເຮືອບິນ ຂະໜາດໃຫຍ່ ແລະ ໃໝ່ Airbus A320


ສ່ວນການບໍລິການ 2 ຖ້ຽວ ຕໍ່ອາທິດ ຈາກຂຸນມິງ ແມ່ນຈະເລີ້ມໃນວັນທີ 23 ທັນວາ 2019 ໂດຍບິນອອກຈາກຂຸນມິງ ໃນເວລາ 20:00 ແລະ ຮອດນະຄອນຫຼວງວຽງຈັນ ໃນເວລາ 21:00. ສ່ວນຂາກັບ ແມ່ນບິນອອກຈາກນະຄອນຫຼວງວຽງຈັນ ໃນເວລາ 22:00 ແລະຮອດຂຸນມິງ ເວລາ 01:00 ຂອງມື້ຕໍ່ໄປ. 


ທັງສອງບໍລິການ ແມ່ນຂາຍໃຫ້ ສ່ວນໃຫຍ່ ແມ່ນບໍລິສັດທົວ ຢູ່ ຂຸນມິງ ທີ່ຕ້ອງການຈອງທົວ ເພື່ອໄປພັກຜ່ອນ ຢູ່ຕ່າງປະເທດ ໂດຍທີ່ບໍ່ທັນມີ ການໃຫ້ບໍລິການນີ້ ຢູ່ ສປປ ລາວ. ທ່ານສາມາດຈອງ ນໍາໃຊ້ ການບໍລິການນີ້ ທີ່ເວັບໄຊ Trip.com ໂດຍມີລາຄາ ເລີ້ມຕົ້ນຢູ່ທີ່ ປະມານ 7,000 ບາດ ສະກຸນເງິນໄທ. 


ສາຍການບິນ Lucky Air ເປັນສາຍການບິນລາຄາຖືກ ມີສໍານັກງານຢູ່ທີ່ເມືອງ ຂຸນມິງ, ມົນທົນຢູນານ ສປ ຈີນ. ສ້າງຕັ້ງຂຶ້ນ ໃນປີ 2004. ປະຈຸບັນ ສາຍການບິນດັ່ງກ່າວ ມີເສັ້ນທາງບິນ ນານາຊາດ ໄປ ຫວຽດນາມ, ໄທ, ມາເລເຊຍ, ອິນໂດເນເຊຍ ແລະ ຍີ່ປຸ່ນ.​

ແປໂດຍ: FM 90
Source; TRWeekly


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles