27 C
Vientiane
Friday, October 18, 2024

ອີຢູ ໃຫ້ທຶນຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຢູ່ ສະຫວັນນະເຂດ ແລະ ຄໍາມ່ວນ

ຂ່າວດີ ອີຢູ ໃຫ້ທຶນຂະຫຍາຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຢູ່ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ

 ໃນວັນທີ 20 ທັນວາ 2019 ຢູ່ໂຮງແຮມ ຄຣາວ ພລາຊ້າ ໄດ້ມີພິທີ ເຊັນສັນຍາ ໂຄງການຂະຫຍ່າຍໂຄງລ່າງນໍ້າສະອາດ ແລະ ໂພຊະນາການ ຢູ່ແຂວງສະຫວັນນະເຂດ ລ໋ອດທີ 1-8 ແຂວງສະຫວັນນະເຂດ ແລະ ລ໋ອດທີ 9-12 ແຂວງຄໍາມ່ວນ ຂຶ້ນ ລະຫວ່າງ ກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ ອິນຊີພັດທະນາ ແລະ ກໍ່ສ້າງຈໍາກັດ ພ້ອມດ້ວຍ ບໍລິສັດ Unitek ຈໍາກັດ ພາຍໃຕ້ໂຄງການຊ່ວຍເຫຼືອລ້າ ທາງດ້ານການເງິນ ຈາກສະຫະພາບເອີຣົບ ໃນມູນຄ່າ 15 ລ້ານເອີໂຣ ໂດຍຜ່ານ ທະນາຄານພັດທະນາ ເຢຍລະມັນ (KfW) ແລະ ລັດຖະບານລາວສົມທົບ 1.9 ລ້ານເອີໂຣ ໂດຍຜ່ານ ກະຊວງໂຍທາທິການ ແລະ ຂົນສົ່ງ. 


ເຂົ້າຮ່ວມໃນພິທີເຊັນສັນຍາ ມີທ່ານ ນາງວົງວິໄລ ໂພສາລາດ, ຮອງລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ພົມມາ ແວວລາວັນ ຫົມໜ້າກົມນໍ້າປະປາ, ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ  ແຫຼວຄໍາ ວົງສາວັນທອງ ຜູ້ອໍໍານວຍການບໍລິສັດ ອິນຊີພັດທະນາ ກໍ່ສ້າງ ຈໍາກັດ ພ້ອມດ້ວຍ ທ່ານຮອງເຈົ້າແຂວງ ແຂວງສະຫວັນນະເຂດ ແລະ ແຂວງຄໍາມ່ວນ ແລະ ບັນດາແຂກຜູ້ມີກຽດອື່ນໆ ເຂົ້າຮ່ວມ.


 ໂຄງການ ຂະຫຍ່າຍໂຄງລ່າງ ນໍ້າສະອາດ ແລະ ໂພຊະນາການ ຈະໄດ້ຮັບການຈັດຕັ້ງປະຕິບັດ ຢູ່ ແຂວງສະຫວັນ ນະເຂດ ແລະ ແຂວງຄໍາມ່ວນ ໂດຍໃຊ້ໄລຍະເວລາ ຈັດຕັ້ງປະຕິບັດ ທັງໝົດ ເປັນເວລາ 3 ປີ ໂດຍໃນເຟສທໍາອິດ ຈະເລີ້ມຈາກ ລ໋ອດ 2, 3 ແລະ 7 ຢູ່ແຂວງສະຫວັນນະເຂດ ກ່ອນ. 

ໂຄງການດັ່ງກ່າວ ຈະເປັນການປະກອບສ່ວນ ຢ່າງໃຫຍ່ຫຼວງ ໃຫ້ແກ່ ປະຊາຊົນໃນເຂດຊົນນະບົດ ສາມາດເຂົ້າເຖິງນໍ້າສະອາດ ແລະ ສຸຂະອະນາໄມທີ່ດີ ຢູ່ແຂວງສະຫວັນນະເຂດ ແລະ ຍັງເປັນການປະກອບສ່ວນໃນຄາດໝາຍສູ້ຊົນ ຂອງສປປ ລາວ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ SDG6 (ນໍ້າສະອາດ ແລະ ສຸຂາພິບານ) ກໍຄືຮອດປີ 2030 ປະຊາ ຊົນລາວທົ່ວປະເທດ ຕ້ອງໄດ້ນໍາໃຊ້ນໍ້າສະອາດ ແລະ ປອດໄພ. ໂຄງການນີ້, ນອກຈາກ ຈະສົ່ງເສີມໃຫ້ຊຸມຊົນ ມີຄວາມຮູ້ການນຳໃຊ້ນ້ຳໃຫ້ຖືກສຸຂະອະນາໄມ ແລ້ວ ຍັງເປັນການ ແນໃສ່ການປ່ຽນແປງພຶດຕິກຳດ້ານສຸຂະອະນາໄມ ແລະ ໂພຊະນາການທີ່ດີຂຶ້ນ ແລະຈະຊ່ວຍຫລຸດຜ່ອນຈຳນວນເດັກນ້ອຍເຕ້ຍຂາດສານອາຫານ ເຊິ່ງທັງໝົດນີ້ ຈະສາມາດບັນລຸໄດ້ ໂດຍການຈັດກິດຈະກຳການປູກຈິດສຳນຶກ ແລະ ຝຶກອົບຮົມດ້ານວິຊາການ.






Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles