26 C
Vientiane
Friday, October 18, 2024

ສ.ເກົາຫຼີ ຊ່ວຍສ້າງ ຫ້ອງນໍ້າສາທາລະນະ ໃຫ້ນັກທ່ອງທ່ຽວ ຢູ່ ນະຄອນຫຼວງວຽງຈັນ

ພິທີເປີດການນໍາໃຊ້ ຫ້ອງນໍ້າສາທາລະນະ ຢູ່ນະຄອນຫຼວງວຽງຈັນ ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 20 ທັນວາ 2019 ໂດຍເປັນຫ້ອງນໍ້າສາທາລະນະ ທີ່ມອບໃຫ້ໂດຍ ປະຊາຊົນເມືອງ Suwon ສ. ເກົາຫຼີ ຮ່ວມກັບ ສະມາຄົມ ຫ້ອງນໍ້າໂລກ (World Toilet Association, WTA) ໂດຍຫ້ອງນໍ້າ ທໍາອິດ ທີ່ສ້າງຂຶ້ນ ແມ່ນຕັ້ງຢູ່ ດ້ານໃນ ຂອບເຂດ ຂອງວັດສີສະເກດ ຊຶ່ງເປັນວັດທີ່ເກົ່າແກ່ ໃນນະຄອນຫຼວງວຽງຈັນ ໃນເນື້ອທີ່ 27 ຕາແມັດ ແລະ ປະກອບໄປດ້ວຍ ຫ້ອງນໍ້າຊາຍ ຫ້ອງນໍ້າຍິງ ແລະ ຫ້ອງນໍ້າ ສໍາຫຼັບຄົນພິການ. 


ໃນຫ້ອງນໍ້າຊາຍ ປະກອບມີ ຫ້ອງວິດຖ່າຍ ຈໍານວນ 3 ຫ້ອງ, ບ່ອນຖ່າຍເບົາ 2 ອັນ ແລະ ບ່ອນລ້າງມື ອີກສອງຈຸດ. ສ່ວນຫ້ອງນໍ້າຍິງ ປະກອບດ້ວຍຫ້ອງວິດຖ່າຍ ຈໍານວນ 4 ຫ້ອງ ແລະ ບ່ອນລ້າງມື ສອງຈຸດ. ສ່ວນຫ້ອງນໍ້າຄົນພິການ ແມ່ນມີຫ້ອງຖ່າຍ 1 ຫ້ອງ ແລະ ບ່ອນລ້າງມື 1 ຈຸດ. 


ການກໍ່ສ້າງຫ້ອງນໍ້າດັ່ງກ່າວ ແມ່ນໄດ້ເລີ້ມຕົ້ນມາ ຕັ້ງແຕ່ເດືອນສິງຫານ 2019 ແລະ ໄດ້ສ້າງສໍາເລັດ ຢ່າງສົມບູນ ໂດຍໃຊ້ເວລາ 5 ເດືອນ.  ວັດສີສະເກດ ເປັນວັດທີ່ມີນັກທ່ອງທ່ຽວເຂົ້າທ່ຽວຊົມປະມານ 540 ຄົນຕໍ່ມື້ ແຕ່ສະພາບຫ້ອງນໍ້າ ແມ່ນບໍ່ໄດ້ຮັບການບົວລະບັດຮັກສາ ແລະ ເປ່ເພ່ ເຮັດໃຫ້ນັກທ່ອງທ່ຽວ ແລະ ຄົນທ້ອງຖິ່ນ ບໍ່ສາມາດເຂົ້າໄປນໍາໃຊ້ໄດ້ ໃນໄລຍະ ທີ່ຜ່ານມາ. 


ທ່ານ Kim Jong Hae ປະທານຂອງສະມາຄົມຫ້ອງນໍ້າໂລກ ກ່າວວ່າ “ພວກເຮົາ ມີຄວາມຮູ້ສຶກດີໃຈ ທີ່ຕໍ່ໄປ ນັກທ່ອງທ່ຽວ ທີ່ມາທ່ຽວ ນະຄອນຫຼວງວຽງຈັນ ຈະໄດ້ໃຊ້ຫ້ອງນໍ້າທີ່ສະອາດ”


ແຫລ່ງຂ່າວ: http://kor.theasian.asia/

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles