22.8 C
Vientiane
Friday, October 18, 2024

ສປປ ລາວ ມີສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດແລ້ວ

ຊົມເຊີຍ ສປປ ລາວ ມີສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດແລ້ວ!! 


ພິທີມອບ-ຮັບ ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ເຊິ່ງເປັນໂຄງການ ຊ່ວຍເຫຼືອຈາກລັດຖະບານ ສປ ຈີນ ໄດ້ຈັດຂຶ້ນໃນວັນທີ 20 ທັນວາ 2019 ທີ່ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ທ່ານ ຫວາງ ຊີຫຸ່ຍ ທີ່ປຶກສາເສດຖະກິດ-ການຄ້າ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງຂອງສອງຝ່າຍເຂົ້າຮ່ວມ. 






ສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວຕັ້ງຢູ່ກົມອຸຕຸນິຍົມ ແລະ ອຸທົກກະສາດ ເປັນອາຄານ 2 ຊັ້ນ ລວມຫ້ອງການເຮັດວຽກ 12 ຫ້ອງ ເປັນຕົ້ນແມ່ນຫ້ອງເຄື່ອງຕິດຕາມແຜ່ນດິນໄຫວ, ຫ້ອງ ເຄື່ອງຮັບ-ສົ່ງຂໍ້ມູນ, ຫ້ອງຕິດຕາມລະບົບວິເຄາະຈຸດເກີດແຜ່ນດິນໄຫວ ແລະ ອື່ນໆ ຄາດວ່າຈະເລີ່ມໃຊ້ງານໃນປີ 2020. 






ທ່ານ ຂັນມະນີ ຂຸນພົນ ຫົວໜ້າກົມອຸຕຸນິຍົມ ແລະອຸທົກກະສາດ ກະຊວງຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມ ໄດ້ສະແດງຄວາມຂອບໃຈຕໍ່ລັດຖະບານຈີນທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ໃນວຽກງານຕິດຕາມແຜ່ນດິນໄຫວ, ໂຄງການດັ່ງກ່າວເປັນການເພີ່ມທະວີ ແລະ ຍົກສູງຄວາມສາມາດໃນການວິເຄາະຂໍ້ມູນ, ການລາຍງານ, ການແຈ້ງຂໍ້ມູນຂ່າວສານແຜ່ນດິນໄຫວຂະໜາດ 3 ຣິກເຕີຂຶ້ນໄປໄດ້ຢ່າງວ່ອງໄວ ແລະ ທັນການ ເຊິ່ງມີຄວາມໝາຍສຳຄັນຍິ່ງຕໍ່ການຫຼຸດຜ່ອນຄວາມເສຍຫາຍຂອງປະຊາຊົນ, ປ້ອງກັນ ແລະ ຫຼຸດຜ່ອນໄພພິບັດທໍາມະຊາດທາງທໍລະນີສາດໃນລາວກໍຄືພາກພື້ນ. 






Cr: CRI-FM93

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles