31 C
Vientiane
Friday, October 18, 2024

ລາວ ອັນດັບ #2 ຄວາມແຕກໂຕນບົດບາດຍິງຊາຍ ໜ້ອຍທີ່ສຸດ ໃນອາຊຽນ

ສປປ ລາວ ມີດັດຊະນີ ຄວາມແຕກໂຕນ ທາງດ້ານບົດບາຍຍິງຊາຍ ໜ້ອຍທີ່ສຸດ ຢູ່ໃນອັນດັບທີ່ #2 ຂອງອາຊຽນ ແລະ ອັນດັບທີ #43 ຂອງໂລກ ຊຶ່ງຂໍ້ມູນນີ້ ເປີດເຜີຍໂດຍ The World Economic Forum (WEF) ໃນວັນທີ 17/12/2019 ທີ່ຜ່ານມາ.​ ໃນການຈັດອັນດັບ WEF’s Global Gender Gap Index 2020 ຈາກທັງໝົດ 153 ປະເທດ ໃນທົ່ວໂລກ ໂດຍນໍາໃຊ້ 4 ໂຕຊີ້ວັດ ປະກອບມີ: 


1) ການມີສ່ວນຮ່ວມ ທາງດ້ານເສດຖະກິດ Economic Participation
2) ການໄດ້ຮັບການສຶກສາ Educational Attainment
3) ການໄດ້ຮັບສຸຂະພາບ ແລະ ຄວາມຢູ່ລອດ Health and Survival 
4) ການມີອໍານາດ ທາງການເມືອງ Political Empowerment


ສປປ ລາວ ໄດ້ຮັບຄະແນນ 0.731 ແລະ ຖືກຈັດເປັນອັນດັບທີ່ 43 ຂອງໂລກ, ໂດຍ 3 ປະເທດ ທີ່ມີອັນດັບ ຄວາມແຕກໂຕນ ທາງດ້ານບົດບາດຍິງຊາຍ ໜ້ອຍທີ່ສຸດ ໃນໂລກ ໄດ້ແກ່ 1) Iceland, 2) Norway ແລະ 3) Finland


ສ່ວນການຈັດອັນດັບ ໃນປະເທດ ອາຊຽນ ມີດັ່ງຕໍ່ໄປນີ້:
1) ຟິລິປິນ 
2) ສປປ ລາວ
3) ສິງກະໂປ
4) ໄທ
5) ອິນໂດເນເຊຍ
6) ຫວຽດນາມ
7) ກໍາປູເຈຍ
8) ບຣູໄນ
9) ມາເລເຊຍ
10) ມຽນມາ


ທີ່ມາ: www3.weforum.org

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles