26 C
Vientiane
Friday, October 18, 2024

ເປີດໂຕໜັງການຕໍ່ຕ້ານ ການຄ້າມະນຸດ 4 ພາສາ ມີນັກສະແດງລາວ ເຂົ້າຮ່ວມ

ໃນວັນທີ 13 ທັນວາ 2019 ທີ່ຜ່ານມາ ຢູ່ປະເທດໄທ ໄດ້ມີພິທີເປີດໂຕໜັງການຕໍ່ຕ້ານການຄ້າມະນຸດ 4 ພາສາ ຂອງບັນດາປະເທດ CLMT ປະກອບມີ ປະເທດກໍາປູເຈຍ, ລາວ, ມຽນມາ ແລະ ໄທ. 


ທ່ານນາງພັດຊະຣີ ຈາກກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໄດ້ກ່າວວ່າ ໃນຖານະ ເປັນໜ່ວຍງານຫຼັກໃນການກໍາໜົດນະໂຍບາຍການຕໍ່ຕ້ານການຄ້າມະນຸດ ລະດັບຊາດ ໄດ້ຈັດກິດຈະກໍາ ດໍາເນີນການຜະລິດ ແລະ ເຜີຍແພ່ ຮູບເງົາ ການປະຊາສໍາພັນ ການຕໍ່ຕ້ານການຄ້າມະນຸດ ໃນເຂດປະເທດລຸ່ມແມ່ນໍ້າຂອງ ໃນຖານະ ທີ່ປະເທດໄທ ໄດ້ຮັບຕໍາແໜ່ງປະທານອາຊຽນ ໃນປີ 2019 ເພື່ອໃຫ້ບັນດາປະເທດໃນລຸ່ມແມ່ນໍ້າຂອງ ສາມາດເຮັດວຽກຮ່ວມກັນ ຢ່າງໃກ້ຊິດ ໃນຂະບວນການຕໍ່ຕ້ານການຄ້າມະນຸດ 

 ສໍາຫຼັບຮູບເງົາສັ້ນ 4 ພາສານີ້ ມີຄວາມຍາວ 30 ວິນາທີ ເປັນຮູບເງົາທີ່ນໍາສະເໜີ້ ໃຫ້ເຫັນເຖິງວັດທະນາທໍາ ທີ່ເຊື່ອມໂຍງ ເນັ້ນໄປໃຫ້ເຫັນເຖິງ ສາຍສໍາພັນ ຄວາມຮັກ ແລະ ຄວາມຜູກພັນຂອງຄອບຄົວຊຶ່ງເປັນວັດທະນາທໍາທີ່ດີ ຂອງທັງ 4 ປະເທດ ຜ່ານ 5 ນັກສະແດງ ຊື່ດັງ ຂອງ 4 ປະເທດ ປະກອບມີ: 1) ພັນເອກ ພິເສດ ວັນຊະນະ ສະຫວັດດີ ໃນຖານະນັກສະແດງຊາຍ ຈາກ ປະເທດໄທ, 2) ແພນເຄັກ ໃນຖານະຜູ້ສະແດງຝ່າຍຍິງ ຈາກປະເທດໄທ, 3) ພູວະເນດ ແພງສະຫວັນ (ນ້ອງແມັກ) ໃນຖະນະຜູ້ສະແດງຝ່າຍຊາຍ ຈາກ ສປປ ລາວ, 4) Ms. Maneth Athana Nou ໃນຖານະ ນັກສະແດງຝ່າຍຍິງ ຈາກ ປະເທດກໍາປູເຈຍ ແລະ 5. Mr. Htam Hkay Keksi ໃນຖານະ ນັກສະແດງຝ່າຍຊາຍ ຈາກ ມຽນມາ. 



ຮູບເງົາສັ້ນເລື້ອງນີ້ ມີກໍາໜົດເຜີຍແພ່ ປະຊາສໍາພັນທາງໂທລະພາບ, ໂຮງໜັງ ແລະ ສື່ສັງຄົມອອນລາຍຕ່າງໆ ໃນກຸ່ມບັນດາປະເທດ ລຸ່ມແມ່ນໍ້າຂອງ ໂດຍມີເນື້ອຫາສັ້ນ ກະທັດຮັດ ເຂົ້າໃຈງ່າຍ ສາມາດແຊຮຕໍ່ ແລະ ຍັງໄດ້ ນັກສະແດງທີ່ມີຊື່ສຽງ ຂອງ 4 ປະເທດ ຄາດວ່າ ຈະສາມາດ ສ້າງຄວາມສົນໃຈ ໃນການເຂົ້າເຖິງກຸ່ມເປົ້າໝາຍໄດ້ເປັນຈໍານວນຫຼາຍ. 


ຂ່າວຈາກ: ໜັງສືພິມບ້ານເມືອງ, ໄທ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles