34 C
Vientiane
Friday, October 18, 2024

ໄທ ຈະນໍາໃຊ້ກົນລະຍຸດໃໝ່ ດຶງນັກທ່ອງທ່ຽວກະເປົາໜັກ ຈາກ ສປປ ລາວ

ໜັງສຶພິມ Bangkok Post ຂອງປະເທດໄທ ລາຍງານ ໃນວັນທີ 7 ທັນວາ 2019 ວ່າ ການທ່ອງທ່ຽວແຫ່ງປະເທດໄທ ວາງແຜນສ້າງກົນລະຍຸດ ດຶງດູດນັກທ່ອງທ່ຽວ ລາຍໄດ້ສູງ ຈາກ ສປປ ລາວ ໂດຍຈະສຸມໃສ່ ການທ່ອງທ່ຽວໃສຮູບແບບ ຮັກສາ ສຸຂະພາບ ແລະ ການຈັບຈ່າຍຊື່ເຄື່ອງ ໂດຍສະເພາະແມ່ນກຸ່ມລູກຄ້າ. ສປປ ລາວ ມີປະຊາກອນທັງໝົດ 6.8 ລ້ານຄົນ, ຄາດວ່າ ຈະມີ ນັກທ່ອງທ່ຽວ ທີ່ມີລາຍໄດ້ສູງ ປະມານ 100,000 ຄົນ, ໂດຍນັກທ່ອງທ່ຽວ ທີ່ມີລາຍໄດ້ສູງເຫຼົ່ານີ້ ຈະໃຊ້ຈ່າຍເງິນຢູ່ໄທ ສະເລ່ຍ ຜູ້ໜຶ່ງປະມານ 40,000-50,000 ບາດ ສະກຸນເງິນໄທ ຕໍ່ 1 ທຮິບ ການມາທ່ອງທ່ຽວ. 


ນັກທ່ອງທ່ຽວທີ່ມີລາຍໄດ້ສູງເຫຼົ່ານີ້ ສ່ວນໃຫຍ່ ຈະຂ້າມມາຈັບຈ່າຍຊື້ເຄື່ອງ ຢູ່ຈັງຫວັດໜອງຄາຍ ແລະ ຈັດຫວັດ ອຸທອນທານີ ຂອງປະເທດໄທ ກ່ອນຈະຂຶ້ນຍົນ ບິນໄປຈຸດໝາຍປາຍທາງອື່ນໆ ຂອງປະເທດໄທ. 


ໃນຕົ້ນປີໜ້າ ການທ່ອງທ່ຽວປະເທດໄທ ຈະຮ່ວມມືກັບໂຮງໝໍເອກະຊົນ ຢູ່ປະເທດໄທ ແລະ ຜູ້ມີສື່ສຽງ ໃນສປປ ລາວ (Influencers) ເພື່ອສົ່ງເສີມການທ່ອງທ່ຽວ ດ້ານການຮັກສາສຸຂະພາບ ແລະ ຄວາມງາມ. 


ຮອດເດືອນ 11 ປີ 2019 ມີນັກທ່ອງທ່ຽວ ຈາກ ສປປ ລາວ ເດີນທາງເຂົ້າປະເທດໄທ ແລ້ວ ເປັນຈໍານວນ 2 ລ້ານຄົນ, ສ້າງລາຍຮັບເຂົ້າປະເທດໄທ ປະມານ 50 ຕື້ ບາດ ສະກຸນເງິນໄທ.​


ແຫຼ່ງຂໍ້ມູນ: https://www.bangkokpost.com/business/1810549/tat-keen-to-entice-high-income-lao-tourists

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles