30 C
Vientiane
Sunday, October 20, 2024

ໄປທ່ຽວ​ Sabah ປະເທດມາເລເຊຍ ຈະໄປພັກຢູ່ໃສດີ ?

ໄປທ່ຽວ Sabah ນອນໃສດີນໍນໍນໍ????  ເປັນຫຍັງຕ້ອງໄປ Sabah??! Sabah ເປັນລັດທີ່ມີພື້ນທີ່ໃຫ່ຍອັນດັບ 2 ຂອງປະເທດມາເລເຊຍ ມີເມືອງຫຼວງຊື່ວ່າ Kota Kinabalu. ຜູ້ໃດທີ່ມັກທະເລ ພູເຂົາ ມັກທໍາມະຊາດລັດນີ້ຕອບໂຈດເລີຍ, ມີຫຼາຍສະຖານທີ່ທ່ຽວທີ່ສາຍທໍາມະຊາດຕ້ອງມາຈັກເທື່ອໜື່ງໃນຊີວິດ. ແຮງອາກາດເຢັນໆທ້າຍປີແບບນີ້ທ່ຽວມ່ສນແນ່ນອນ. 

ໄປAdventure ເມື່ອຍແລ້ວຕ້ອງຫາບ່ອນພັກກາຍ ແລະ ໃຈ ມື້ນີ້ແອັດຈະພາໄປເບິ່ງໂຮງແຮມທີ່ແອັດໄປນອນມັນດີຫຼາຍ. ຈະມີຈັກໂຮງແຮມທີ່ວິວຫ້ອງອາຫານຍາມເຊົ້າ ຫຼູຫຼາ ແນມເຫັນວິວທະເລ, ມີ Roof top ທີ່ສະລອຍນໍ້າທີ່ເຫັນວິວທະເລໄດ້ສຸດຫູສຸດຕາໄດ້ຂະໜາດນີ້  ແລະ ໂຮງແຮມທີ່ຈະໃຫ້ໄດ້ມີພຽງ ໂຮງແຮມ Grandis Hotels and Resortsເທົ່ານັ້ນ ໂຮງແຮມ Grandis Hotels and Resorts  ມີຫ້ອງທີ່ວິວດີ ຫ້ອງສະອາດ location ກາງເມືອງຢ່າງໄປໃສກະງ່າຍ ລາຄາເປັນກັນເອງ ແລະໃຜເປັນສາຍ shopping ແຮງຕ້ອງມານອນຢູ່ Grandis ເພາະໂຮງແຮມຕັ້ງຢູ່ໃນ shopping mall ໃຫ່ຍຂອງSabah ເລີຍພີ່ນ້ອງ ຢ່າງ 2 ນາທີຈາກຫ້ອງນອນ shopping ໄດ້ເລີຍ ຕ້ອງໄດ້ລອງໄປສໍາພັດແລ້ວຈະຮູ້ວ່າເພິ່ນສ້າງໂຮງແຮມໂດຍເຂົ້າໃຈນັກທ່ອງທ່ຽວແທ້ໆ.

 ມາຮອດນີ້ແອັດຢາກຈະແຊວ່າການທ່ອງທ່ຽວມັນຊ່ວຍເຕີມເຕັມຈິດໃຈອີ່ຫຼີໃດ ໃຜທີ່ຍັງລັງເລ ແອັດບໍ່ເວົ້າຫຍັງຫຼາຍແຕ່ຢາກໃຫ້ຮູ້ວ່າ ຊີວິວມະນຸດເຮົາມັນສັ້ນ ເອົາຊີວິດໄປພົບເຈິປະສົບການແນ່ກໍດີເນາະ😊



 ສົນໃຈໄປທ່ອງທ່ຽວ ປະເທດມາເລເຊຍ, ສາມາດສອບຖາມຂໍ້ມູນ ອົງການທ່ອງທ່ຽວມາເລເຊຍປະຈໍາລາວໄດ້ທີ່ເບີໂທລະສັບ 021 414205 


#aseanmeet 
#vm2020 
#visitmalaysia2020 
#Tourismmalaysia 
#malaysiatrulyasia


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles