ວັນສາກົນຕ້ານເອດ 1 ທັນວາ ໄດ້ສືບຕໍ່ສົນທະນາເພື່ອບັນລຸເປົ້າໝາຍວີໃສທັດ ສິ້ນສຸດເອດໃນປີ 2030” ດ້ວຍການບໍ່ໃຫ້ມີການຕິດເຊື້ອລາຍໃໝ່ ໃນປີ 2030 ບໍ່ໃຫ້ມີການຈໍາແນກ ແລະ ບໍ່ເສຍຊີວິດຍ້ອນພະຍາດເອດ. ໃນປີ 2018 ຜ່ານມາ ຄາດວ່າມີຜູ້ຕິດເຊື້ອເຮສໄອວີ ລາຍໃໝ່ປະມານ 1,7 ລ້ານຄົນໃນທົ່ວໂລກ ແລະ ມີປະມານ 8,1 ລ້ານຄົນ ດຳລົງຊີວີດກັບເຊື້ອແຕ່ບໍ່ຮູ້ວ່າ ຕົນເອງຕິດເຊື້ອເຮສໄອວີ.
ເພື່ອບັນລຸເປົ້າໝາຍສູງສຸດ ຈະຕ້ອງເພີ່ມຄວາມພະຍາຍາມຮ່ວມມືກັນທຸກຝ່າຍ ໃນທຸກລະດັບ. ສຳລັບ ສປປ ລາວ ກໍມີຄວາມຄືບໜ້າ ເມື່ອສົມທຽບໃສ່ເປົ້າໝາຍເລັ່ງລັດ 2020 ໂດຍມີ 85% ຂອງຜູ້ຕິດເຊື້ອເຮສໄອວີ ໃນຈຳນວນຄາດຄະເນປະມານ 12.000 ຄົນ ທີ່ຍັງມີຊິວີດ ຮູ້ສະຖະນະພາບການຕິດເຊື້ອຂອງຕົນ.
10 ກວ່າປີຜ່ານມາ ຊຸມຊົນໄດ້ເຂົ້າຮ່ວມຢ່າງແຂງແຮງ ໃນວຽກງານຕ້ານເອດ ເຊັ່ນ: ວຽກປ້ອງກັນການຕິດເຊື້ອໃນກຸ່ມຊາຍ ທີ່ມີເພດສຳພັນກັບຊາຍ-ກະເທີຍ ແລະ ຍິງບໍລິການທາງເພດ. ທ່ານ ນາງ ຊາຣາ ເຊກເກັນເນສ ຜູ້ປະສານງານເຄືອຂ່າຍ ອົງການສະຫະປະຊາຊາດ ປະຈໍາລາວກ່າວວ່າ: ຄວາມສ່ຽງຂອງປະຊາຊົນ ຕໍ່ການຕິດເຊື້ອເຮສໄອວີ ໄດ້ສົ່ງຜົນກະທົບໃສ່ຫລາຍໆດ້ານ, ເມື່ອເກີດຂຶ້ນ ມັນສາມາດເຮັດໃຫ້ຄວາມຄືບໜ້າ ຂອງການຈັດຕັ້ງປະຕິບັດເປົ້າໝາຍແຫ່ງຊາດ ແລະ ເປົ້າໝາຍການພັດທະນາແບບຍືນຍົງ ປີ 2030 ຊັກຊ້າ. ດັ່ງນັ້ນ, ວຽກງານຕ້ານເອດ ຈຶ່ງມີຄວາມສຳຄັນ ແລະ ຄວນໄດ້ຮັບການສະໜັບສະໜູນ ພ້ອມທັງເພີ່ມຄວາມພະຍາຍາມ ຂອງລັດຖະບານ ຄູ່ຮ່ວມພັດທະນາ ລວມທັງຢູ່ຂັ້ນຊຸມຊົນ ເພື່ອຮັບປະກັນວ່າຄົນລຸ້ນໃໝ່ໃນ ປີ 2030 ບໍ່ຕິດເຊື້ອເຮສໄອວີ ແລະ ກຸ່ມສ່ຽງ, ກຸ່ມດ້ອຍໂອກາດ ໄດ້ເຂົ້າເຖິງການບໍລິການ ເພື່ອບໍ່ປະຜູ້ໃດໄວ້ເບື້ອງຫລັງ.
ທ່ານ ທອງແດງ ສີລາກຸນ ຜູ້ຈັດການ ອົງການສະຫະປະຊາຊາດຕ້ານເອດສ ປະຈຳ ສປປ ລາວ ກ່າວວ່າ: ການປຸກລະດົມຊຸມຊົນ ແລະ ການລົງທຶນໃສ່ວຽກງານຕ້ານເອດ ແມ່ນມີຄວາມສຳຄັນຫລາຍ ເພື່ອຮັບປະກັນການ ໂຕ້ຕອບບັນຫາເອດຢູ່ ສປປ ລາວ ແລະ ບັນລຸເປົ້າໝາຍສີ້ນສຸດເອດປີ 2030. ພ້ອມກັນນີ້, ການມີສວນຮ່ວມຂອງຊຸມຊົນຢ່າງແຂງແຮງ ສາມາດປູທາງໄປສູ່ການຕອບສະໜອງ ຄວາມຕ້ອງ ການຂອງຊຸມຊົນຫລາຍຂຶ້ນ. ໃນທ່າມກາງການຫລຸດລົງ ຂອງແຫລ່ງທຶນ ສຳລັບການຕ້ອບໂຕບັນຫາເອດ ເກືອບ 1 ຕື້ໂດລາໃນປີ 2018, ການມີສ່ວນຮ່ວມຂອງຊຸມຊົນ ຍິ່ງມີຄວາມຈຳເປັນ ເພື່ອເຕີ່ມເຕັມຊ່ອງຫວ່າງ ທາງດ້ານຊັບພະຍາກອນ. ໃນຂະນະທີ່ ສປປ ລາວ ກຳລັງເພີ່ມການລົງທຶນ ເຂົ້າໃສ່ວຽກງານຕ້ານເອດ ແຕ່ຍັງຈະໄດ້ຊອກທຶນ ເພີ່ມໃສ່ວຽກງານດັ່ງກ່າວ, ທີ່ຍັງບໍ່ພຽງພໍກັບຄວາມຕ້ອງການ.
ແຫຼ່ງຂ່າວ: ຂປລ