33 C
Vientiane
Friday, October 18, 2024

ໄທ ກຽມກະຕຸ້ນການທ່ອງທ່ຽວ ເຮັດ “ດັບເບີລ ວີຊ້າ” ເປີດດ່ານຊາຍແດນ 24 ຊົ່ວໂມງ ຕັ້ງເປົ້າ 2020 ນັກທ່ອງທ່ຽວ 42 ລ້ານຄົນ

ໄທ ປະກາດ ແຈ້ງມາດຕະການ ກະຕຸ້ນການທ່ອງທ່ຽວ ຕັ້ງ ດັບເບີລ ວີຊ້າ (Double Visa) ເຂົ້າອອກປະເທດໄທ ໄດ້ ສອງເທື່ອ ຢູ່ດ່ານຊາຍແດນສໍາຄັນ ຫວັງ ດຶງນັກທ່ອງທ່ຽວເຂົ້າປະເທດ 42 ລ້ານຄົນ ໃນປີ 2020.


ໃນເບື້ອງຕົ້ນ ທາງໜ່ວຍງານພາກລັດຂອງໄທ ຍັງຢູ່ລະຫວ່າງ ການພິຈາລະນາ ອອກ ດັບເບິລ ວີຊາ ເພື່ອໃຫ້ນັກທ່ອງທ່ຽວເດີນທາງເຂົ້າອອກປະເທດໄທ ໄດ້ສອງເທື່ອ ຕາມໄລຍະເວລາທີ່ກໍາໜົດ ໃຫ້ນັກທ່ອງທ່ຽວຕ່າງປະເທດ ທີ່ຕ້ອງການເດີນທາງລະຫວ່າງປະເທດ ອາຊຽນ ເຊັ່ນ: ເດີນທາງມາພັກທີ່ປະເທດໄທ ໄລຍະໜຶ່ງ ແລ້ວຕ້ອງການເດີນທາງໄປທ່ຽວປະເທດລາວ ເພື່ອຢ້ຽມຊົມສະຖານທີ່ຕ່າງໆ​ແລ້ວ ຈຶ່ງເດີນທາງກັບມາທີ່ປະເທດໄທຄືນ ເພື່ອບິນກັບໄປປະເທດຕົນ. 


ໃນເບື້ອງຕົ້ນ ແມ່ນມີແຜນຈະເປີດດ້ານຊາຍແດນ 2 ດ່ານ ຕະຫຼອດ 24 ຊົ່ວໂມງ ໃນຊ່ວງເທດສະການສໍາຄັນ ເຊັ່ນ: ດ່ານໜອງຄາຍ ຈັງຫວັດໜອງຄາຍ ແລະ ດ່ານ ສະເດົາ  ຈັງຫວັດສົງຂາ. ການເປີດ ດ່ານ 24 ຊົ່ວໂມງ ແມ່ນເພື່ອກະຕຸ້ນ ການທ່ອງທ່ຽວ ໂດຍສະເພາະ ນັກທ່ອງທ່ຽວຈາກ ສປປ ລາວ ທີ່ນິຍົມ ເຂົ້າມາທ່ຽວ ຈັບຈ່າຍຊື້ເຄື່ອງ ຢູ່ຕາມຈັງຫວັດຊາຍແດນ ໂດຍສະເພາະ ໃນຊ່ວງເທດສະການ ສໍາຄັນຕ່າງໆ. ການທົດລອງເປີດດ່ານ 24 ຊົ່ວໂມງ ມີແຜນຈະເປີດໃນທ້າຍປີ 2019 ໂດຍຈະທົດລອງໄປກ່ອນ ເປັນເວລາ 3 ເດືອນ.​


ນອກຈາກນັ້ນ, ທາງປະເທດໄທ ຍັງມີການກະກຽມ ການບໍລິການອື່ນໆ ເຊັ່ນ: ການຂະຫຍາຍຈຸດຄືນພາສີ ສໍາຫຼັບນັກທ່ອງທ່ຽວ (VAT Refund) ຂຶ້ນຕື່ມ ເພື່ອອໍານວຍຄວາມສະດວກ ໃຫ້ນັກທ່ອງທ່ຽວຕ່າງປະເທດ. 


Source: www.posttoday.com

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles