34 C
Vientiane
Friday, October 18, 2024

ຂ່າວດີ… ມິຣິນດ້າ ມິກອິດ ຄົ້ນຫາພຣີເຊັນເຕີຄູ່ຫູ DUO ເພື່ອຊິງເງິນລາງວັນຫຼາຍກວ່າ 20 ລ້ານກີບ !

Mirinda Mix-It Presenter Search ມິຣິນດ້າ ມິກອິດ ຄົ້ນຫາພຣີເຊັນເຕີຄູ່ຫູ DUO ທີ່ເຂົ້າກັນທີ່ສຸດ ເພື່ອຊິງເງິນລາງວັນຫຼາຍກວ່າ 20 ລ້ານກີບ.

ບໍລິສັດ ເບຍລາວ ຈຳກັດ ຜູ້ຜະລິດ ແລະ ຈັດຈຳໜ່າຍຜະລິດຕະພັນມິຣິນດ້າ ຂໍແນະນຳຜະຜິດຕະພັນໃໝ່ ມິຣິນດ້າ ມິກອິດ ທີ່ຈະມາເພີ່ມຄວາມຫຼາກຫຼາຍ ແລະ ສ້າງສີສັນໃຫ້ຕະຫຼາດນໍ້າອັດລົມ ໃນ ສປປ ລາວ. 


ມິຣິນດ້າ ມິກອິດ ເປັນເຄື່ອງດື່ມປະສົມ 2 ໝາກໄມ້ໃນລົດຊາດດຽວ ໃຫ້ຄວາມແຊບບໍ່ຊໍ້າໃຜ ແລະ ເປີດໂຕດ້ວຍ 2 ລົດຊາດຄື: 


ສີມ້ວງ “ລົດອະງຸ່ນມັດສະແກັດ ກັບ ໝາກແຕງຍີ່ປຸ່ນ” ແລະ 
ສີເຫຼືອງ “ລົດໝາກນັດ ກັບ ໝາກໜອດ”.


ເພື່ອເປັນການສົ່ງເສີມໃຫ້ໄວໜຸ່ມລາວ ກ້າຄິດ, ກ້າສະແດງອອກ ແລະ ໃຊ້ເວລາວ່າງໃຫ້ເປັນປະໂຫຍດຈຶ່ງໄດ້ຈັດກິດຈະກຳ “ມິຣິນດ້າ ມິກອິດ ຄົ້ນຫາຄູ່ຫູ ພຣີເຊັນເຕີ ທີ່ເຂົ້າກັນທີ່ສຸດ” ເພື່ອຊິງເງິນລາງວັນມູນຄ່າ 20 ລ້ານກີບ ພ້ອມຍັງໄດ້ເຊັນສັນຍາຮ່ວມວຽກກັບ ມິຣິນດາ ເປັນໄລຍະເວລາ 1 ປີເຕັ້ມ. 


ເງື່ອນໄຂ ແລະ ລາຍລະອຽດ:
1) ຜູ້ທີ່ສົນໃຈ ຕ້ອງສະໝັກມາເປັນຄູ່ ອາດເປັນໝູ່ເພື່ອນຂອງທ່ານ ທີ່ທ່ານຄິດວ່າ ຖ່າຍຮູບຄູ່ກັນແລ້ວ ເຂົ້າກັນໄດ້ດີທີ່ສຸດ ເຊັ່ນ: ຍິງກັບຍິງ, ຊາຍກັບຊາຍ ຫຼື ຍິງກັບຊາຍ 
2) ອາຍຸລະຫວ່າງ 15 – 20 ປີ.
3) ທັງຄູ່ຕ້ອງສົ່ງຮູບຄູ່ ນຳສະເໜີ ມິຣິນດາ ມິກອິດ ທັງ 2 ລົດຊາດ ໃນຮູບແບບຂອງໂຕເອງ ທີ່ເບິ່ງແລ້ວເຂົ້າກັນ ແລະ ລົງໂຕສຸດໆ.
4) ແລ້ວ Inbox ຮູບຄູ່ ທີ່ນໍາສະເໜີ ດັ່ງກ່າວ 1 ໃບ ມາຍັງ Facebook.com/Mirindalaos


ພຽງແຕ່ປະຕິບັດຕາມກະຕິກາທີ່ກ່າວມາຂ້າງເທິງ ທ່ານກໍ່ສາມາດລຸ້ນຮັບເງິນລາງວັນ ແລະ ໄດ້ຮ່ວມວຽກກັບແບຼນທີ່ມີຊື່ສຽງລະດັບປະເທດຢ່າງ ມິຣິນດ້າ ໄດ້ແລ້ວ. ເປີດຮັບສະໝັກເລີ່ມຕັ້ງແຕ່ມື້ນີ້ຈົນເຖິງ ວັນທີ 25 ທັນວາ 2019 ນີ້ເທົ່ານັ້ນ. 



#MirindaLaos 
#MirindaMixIt 
#ປະສົມ2ລົດຊາດເເຊບບໍ່ຊ້ຳໃຜ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles