34 C
Vientiane
Friday, October 18, 2024

4 ເມືອງ ໃນນະຄອນຫຼວງວຽງຈັນ ກຽມພ້ອມຮັບລາງວັນ ອາຊຽນ

ກະຊວງ ຖະແຫຼ່ງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ ຮ່ວມກັບ 4 ຕົວເມືອງ ໃນນະຄອນຫຼວງວຽງຈັນ ກໍາລັງກະກຽມ ຄວາມພ້ອມທຸກຢ່າງ ເພື່ອຮັບລາງວັນ “ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ” ASEAN Clean Tourist City Standard 2020-2022. ເມືອງທີ່ຈະກໍາລັງກະກຽມ ຮັບລາງວັນຮ່ວມດັ່ງກ່າວ (1 ລາງວັນ) ໃນນະຄອນຫຼວງວຽງຈັນ ປະກອບມີ ເມືອງຈັນທະບູລີ, ໄຊເສດຖາ, ສີໂຄດຕະບອງ ແລະ ສີສັດຕະນາກ. 

ການທີ່ຈະໄດ້ຮັບລາງວັນ ມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ ນີ້ ບັນດາຕົວເມືອງຕ່າງໆ ໃນອາຊຽນ ຕ້ອງສາມາດບັນລຸໄດ້ ຕາມເງື່ອນໄຂຕ່າງໆ ເຊັ່ນ: ການວາງແຜນຜັງເມືອງ, ລະບຽບທາງດ້ານສິ່ງແວດລ້ອມ ຂອງເມືອງ, ການແກ້ໄຂມົນລະພິດ ທາງສິ່ງແວດລ້ອມ ເຊັ່ນນໍ້າ, ອາກາດ, ສຽງ, ການແກ້ໄຂບັນຫາ ການຈໍລະຈອນທີ່ແອອັດ, ຄວາມສະອາດງາມຕາ ຂອງສະຖານທີ່ສາທາລະນະ, ຄວາມສະອາດ ຂອງຫ້ອງນໍ້າສາທາລະນະ, ການຈັດເກັບຂີ້ເຫຍື້ອ, ການປູກຈິດສໍານຶກໃຫ້ປະຊາຊົນ ໃນການປົກປັກຮັກສາສິ່ງແວດລ້ອມ ແລະ ຄວາມສະອາດ, ການປູກຈິດສໍານຶກໃຫ້ນັກທ່ອງທ່ຽວ ໃນການປົກປັກຮັກສາສິ່ງແວດລ້ອມ, ຈໍານວນພື້ນທີ່ສີຂຽວໃນຕົວເມືອງ, ຄວາມປອດໄພທາງດ້ານສຸຂະພາບ, ຄວາມປອດໄພທາງດ້ານຄວາມສະຫງົບ ແລະ ອື່ນໆ. ຖ້າຫາກບັນດາເມືອງສາມາດ ໄດ້ຮັບຄະແນນ 60% ຈາກຕົວຊີ້ວັດທັງໝົດ ຈຶ່ງຈະສາມາດ ໄດ້ຮັບລາງວັນມາດຕະຖານເມືອງທ່ອງທ່ຽວສະອາດ ອາຊຽນ. 

ໃນວັນທີ 21-22/11/2019 ທີ່ຜ່ານມາ ຢູ່ທີ່ນະຄອນຫຼວງວຽງຈັນ ໄດ້ຈັດໃຫ້ມີກອງປະຊຸມ ເຜີຍແຜ່ ແລະ ລົງປະເມີນມາດຕະຖານ ເມືອງທ່ອງທ່ຽວສະອາດອາຊຽນ ໂດຍຜູ້ເຂົ້າຮ່ວມກອງປະຊຸມໄດ້ຮັບຟັງ ການຈັດຕັ້ງປະຕິບັດວຽກງານ ມາດຕະຖານເມືອງທ່ອງທ່ຽວອາຊຽນ ຂອງເມືອງມໍລະດົກໂລກຫຼວງພະບາງ ທີ່ໄດ້ຮັບລາງວັນນີ້ ໃນປີ 2018-2020 ພ້ອມທັງຮຽນຮູ້ ຂັ້ນຕອນການປະເມີນ ແລະ ອອກໃບຢັ້ງຢືນມາດຕະຖານເມືອງທ່ອງທ່ຽວດັ່ງກ່າວ ໃຫ້ຜູ້ເຂົ້າຮ່ວມໄດ້ຮັບຟັງ ແລະ ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ໄດ້ຊັກຖາມ ແລະ ປຶກສາຫາລື ແລກປ່ຽນຄໍາຄິດເຫັນ ກ່ຽວກັບການກະກຽມ ແລະ ວາງແຜນພັດທະນາ ເມືອງທ່ອງທ່ຽວສະອາດອາຊຽນ ສໍາຫຼັບນະຄອນຫຼວງວຽງຈັນ. 


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles