31 C
Vientiane
Friday, October 18, 2024

20 ກວ່າປີຜ່ານມາ ລັດໃຫ້ເຊົ່າ, ສຳປະທານທີ່ດິນ 1,7 ພັນກ່ວາໂຄງການ

20 ກວ່າປີຜ່ານມາ ລັດໃຫ້ເຊົ່າ, ສຳປະທານທີ່ດິນ 1,7 ພັນກ່ວາໂຄງການ


ໃນວັນທີ 19 ພະຈິກ 2019 ທ່ານ ບຸນປອນ ສີສຸລາດ ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ລາຍງານຜົນການຕິດຕາມກວດກາ ກ່ຽວກັບການຈັດຕັ້ງປະຕິບັດນິຕິກຳທີ່ພົວພັນກັບການເຊົ່າ, ສຳປະທານທີ່ດິນ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ວ່າ: ການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນຂອງລັດໃນທົ່ວປະເທດນັບແຕ່ປີ 1993 ຫາ 2017 ມີທັງໝົດ 1.758 ໂຄງການ ເນື້ອທີ່ທັງໝົດ 11,7 ລ້ານກວ່າເຮັກຕາ ເປັນໂຄງການເຊົ່າທີ່ດິນ 173 ໂຄງການ, ສຳປະທານທີ່ດິນ 1.569 ໂຄງການ ແລະ ສັນຍາຜະລິດແບບມີສ່ວນຮ່ວມຂອງປະຊາຊົນ 16 ໂຄງການ. ໃນນັ້ນ, ຂັ້ນສູນກາງອະນຸມັດ 427 ໂຄງການ, ແຂວງອະນຸດມັດ 956 ໂຄງການ, ເມືອງອະນຸມັດ 185 ໂຄງການ ແລະ ບ້ານອະນຸມັດ 2 ໂຄງການ ເຊິ່ງກວມເອົາ 4 ຂະແໜງການຄື: ກະສິກຳ 449 ໂຄງການ, ປ່າໄມ້ 328 ໂຄງການ, ບໍ່ແຮ່ອະນຸຍາດໃຫ້ຂຸດຄົ້ນ ມີ 623 ໂຄງການ ແລະ ອະນຸຍາດໃຫ້ຊອກຄົ້ນສຳຫຼວດ 237 ໂຄງການ, ໄຟຟ້າ 122 ໂຄງການ.


ເຊິ່ງການຈັດຕັ້ງປະຕິບັດວຽກງານເຊົ່າ, ສຳປະທານທີ່ດິນ ລັດຖະບານໄດ້ຮັບຜົນປະໂຫຍດທາງກົງ ແລະ ທາງອ້ອມ ເຊິ່ງສະແດງອອກລາຍຮັບຈາກການເຊົ່າ, ສຳປະທານທີ່ດິນ ຂະແໜງກະສິກຳ ເພີ່ມຂຶ້ນຈາກ 15 ຕື້ກວ່າກີບ ໃນປີ 2017 ມາເປັນ 44 ຕື້ກວ່າກີບໃນປີ 2018, ບໍ່ແຮ່ ເພີ່ມຂຶ້ນຈາກ 41 ຕື້ກວ່າກີບ ປີ 2017 ມາເປັນ 55 ຕື້ກວ່າກີບ ໃນປີ 2018

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles