22.8 C
Vientiane
Friday, October 18, 2024

ແຈ້ງການ ທຶນການສຶກສາ ຈາກມະຫາວິທະຍາໄລອາຊຽນ ສໍາຫຼັບແມ່ຍິງ 2020

ຂ່າວດີ ເປີດຮັບສະໝັກແລ້ວ ທຶນການສຶກສາລະດັບປະລິນຍາຕີ ຈາກມະຫາວິທະຍາໄລອາຊຽນ ສໍາຫຼັບແມ່ຍິງ ຢູ່ປະເທດ ບັງກະລາເດສ ສົກປີ 2020.


ປະກອບມີ 6 ສາຂາໃຫ້ເລືອກຮຽນ ຄື:

  • ເສດຖະສາດ
  • ການເມືອງການປົກຄອງ
  • ປັດສະຍາ ແລະ ເສດຖະສາດ
  • ແພດສາດ
  • ວິທະຍາສາດສິ່ງແວດລ້ອມ
  • ຊີວະວິທະຍາ

ສໍາຫຼັບທຶນການສຶກສາ ຝ່າຍທີ່ທາງມະຫາວິທະຍາໄລ ຮັບຜິດຊອບ ປະກອບມີ: 
ຄ່າເດີນທາງໄປກັບ, ຄ່າທີ່ພັກເຊົ່າ, ກິນຢູ່, ປະກັນໄພ.
ສໍາຫຼັບຄ່າວີຊ້າ ແລະ ຄ່າເບ້ຽລ້ຽງແຕ່ລະເດືອນ ແມ່ນນັກສຶກສາ ຮັບຜິດຊອບເອງ


ນອກຈາກທຶນການສຶກສາ ທີ່ທາງມະຫາວິທະຍາໄລ ໃຫ້ແລ້ວ ຍັງມີທຶນ 
ສໍາຫຼັບຜູ້ທີ່ຢາກໄປສຶກສາ ຮໍ່າຮຽນ ດ້ວຍຕົນເອງອີກ. 


ລາຍລະອຽດ ແລະ ວິທີການສະໝັກ ແມ່ນເປັນວິທີການສະໝັກແບບອອນລາຍ ໂດຍຜູ້ສະໝັກ ສາມາດເຂົ້າໄປສະໝັກ ແລະ ອ່ານຂໍ້ມູນເພີ່ມຕື່ມໄດ້ທີ່:


https://www.asian-university.org/admissions

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles