32 C
Vientiane
Monday, October 21, 2024

ຈັດກິດຈະກໍາພິເສດ ຂອງອົງການທ່ອງທ່ຽວມາເລເຊຍ ທີ່ບຸນນະມັດສະການພະທາດຫຼວງ 2019

ສຳລັບໃຜທີ່ໄດ້ໄປເລາະບຸນນະມັດສະການ ພະທາດຫຼວງຢ່າລື່ມ!!! ໄປແວ່ທີ່ບູສ ອົງການທ່ອງທ່ຽວມາເລເຊຍໄດ້ເດີ້ ມີຂອງແຈກ ຂອງແຖມ ຫຼາຍຢ່າງ ພ້ອມທັງຫຼິ້ນເກມ ແຈກຂອງທີ່ລະນຶກຢ່າງຫຼວງຫຼາຍຈາກອົງການທ່ອງທ່ຽວມາເລເຊຍ ແລະ ບໍລິສັດທົວຕ່າງໆ.

ພິເສດສຸດໆ ມີລາຄາສຸດພິເສດ ແພັກເກດ ເດີນທາງ ໄປທ່ອງທ່ຽວ ປະເທດມາເລເຊຍ ສຳລັບລູກຄ້າທີ່ຈອງທົວພາຍໃນງານ ພ້ອມຮັບແຈກຂອງແຖມອີກຫຼາກຫຼາຍຈາກບໍລິສັດທົວຈອງທົວໄດ້ທີ່ເບີ 020-22217369

ການເຂົ້າຮ່ວມບຸນທາດຫຼວງຄັ້ງນີ້ບໍ່ແມ່ນຄັ້ງທຳອິດຂອງອົງການທ່ອງທ່ຽວມາເລເຊຍ ເພາະທາງອົງການທ່ອງທ່ຽວມາເລເຊຍ ແມ່ນເຂົ້າຮ່ວມເກືອບທຸກປີເນື່ອງຈາກເຫັນໄດ້ວ່າບຸນທາດຫຼວງເປັນງານເທດສະການທີ່ໃຫຍ່ທີ່ສຸດລາວ ແລະຜູ້ຄົນທົ່ວສາລະທິດມາຮ່ວມ ເຊິ່ງມັນເປັນໂອກາດທີ່ດີ ໃນການທີ່ເຮົາຈະມາເຜີຍແຜ່ໂຄສະນາປະຊາສຳພັນໃຫ້ຄົນລາວ ໄດ້ຮູ້ຈັກປະເທດມາເລເຊຍໃຫ້ຫຼາຍຂຶ້ນ.
ພາຍໃນງານນະມັດສະການບຸນທາດຫຼວງ ທາງບູສທ່ອງທ່ຽວມາເລເຊຍ ແມ່ນຈະໄດ້ແຈກແຜ່ນພັບການທ່ອງທ່ຽວຂອງປະເທດມາເລເຊຍ, ມີການຫຼິ້ນເກມແຈກຂອງທີ່ລະນຶກຢ່າງຫຼວງຫຼາຍຈາກອົງການທ່ອງທ່ຽວມາເລເຊຍແລະບໍລິສັດທົວຕ່າງໆກໍ່ຍັງໄດ້ເຂົ້າຮ່ວມໂຄສະນາຂາຍທົວໄປມາເລເຊຍດ້ວຍລາຄາພິເສດສຳລັບລູກຄ້າທີ່ຈອງທົວພາຍໃນງານພ້ອມດ້ວຍຂອງແຈກຂອງແຖມອີກຫຼາກຫຼາຍຈາກບໍລິສັດທົວ. ພິເສດແຕ່ລະບໍລິສັດແມ່ນຈະມີກິດຈະກຳຫຼິ້ນຢູ່ເທິງເວທີເພື່ອແຈກຂອງທີ່ລະນຶກໃຫ້ກັບທຸກໆຄົນທີ່ມາຮ່ວມ.

ສຳລັບປີທ່ອງທ່ຽວມາເລເຊຍ2020ນີ້ ທາງອົງການທ່ອງທ່ຽວມາເລເຊຍ ໄດ້ເຮັດກິດຈະກໍາການໂຄສະນາຮ່ວມກັບບໍລິສັດທົວຕ່າງໆໃນລາວ ເພື່ອແນະນໍາສະຖານທີ່ທ່ອງທ່ຽວ ຂອງປະເທດລາວ ໃຫ້ນັກທ່ອງທ່ຽວລາວໄດ້ຮູ້ຈັກຫຼາຍຂຶ້ນ. ນອກຈາກນີ້ ຍັງໄດ້ຈັດງານເທດສະການອາຫານແລະການທ່ອງທ່ຽວມາເລເຊຍໃນເດືອນຕຸລາທີ່ຜ່ານມາຢູ່ສູນການຄ້າວຽງຈັນເຊັນເຕີ້, ແລະຈະເຂົ້າຮ່ວມທຸກກິດຈະກຳທີ່ຄິດວ່າຈະສາມາດເຂົ້າເຖິງຄົນລາວໄດ້ຫຼາຍທີ່ສຸດ. ເທົ່ານີ້ຍັງບໍ່ໝົດ ອົງການທ່ອງທ່ຽວມາເລເຊຍ ຍັງໄດ້ຈັດງານເມກາແຟັມປີລະຫຼາຍເທື່ອເພື່ອເຊີນເອົາສື່ມວນຊົນທາງລາວແລະບໍລິສັດທົວໃນລາວໄປເຂົ້າຮ່ວມເພື່ອໄປສຳຜັດສະຖານທີ່ຈິງຢູ່ເທດມາເລເຊຍເພື່ອມາເຜີຍແຜ່ທາງສື່ຕ່າງໆແລະບໍລິສັດກໍ່ໄດ້ມາສ້າງລາຍການທົວໄໝ່ໆມາຂາຍ.

#vm2020
#visitmalaysia2020
#thatluangfestival

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles