24 C
Vientiane
Sunday, October 20, 2024
spot_img

ຈີນ ຈະຊ່ວຍສ້າງພື້ນຖານໂຄ່ງລ່າງ ຢູລຽບຕາມ ເສັ້ນທາງລົດໄຟ ລາວ-ຈີນ

ຈີນຈະຊ່ວຍເຫຼືອສ້າງໂຄງລ່າງພື້ນຖານໃຫ້ແຂວງວຽງຈັນ ແລະ ຫຼວງພະບາງ ລຽບຕາມເສັ້ນທາງລົດໄຟ ລາວ-ຈີນ

ອີງຕາມແຫຼ່ງຂ່າວ CRI ລາຍງານໃນວັນທີ 23 ຕຸລາ 2019 ຜ່ານມາວ່າ: ຫ້ອງການຄະນະກໍາມະການຮ່ວມມືລາວ-ຈີນ ນະຄອນຫຼວງວຽງຈັນ ໄດ້ມີການເຊັນບົດບັນທຶກການຈັດຕັ້ງປະຕິໂຄງການຊ່ວຍເຫຼືອລ້າຂອງລັດຖະບານຈີນ ເຊິ່ງຢູ່ພາຍໃຕ້ການຮ່ວມມືກັບລັດຖະບານລາວ ເພື່ອຈະກໍ່ສ້າງໂຄງລ່າງພື້ນຖານເຊັ່ນ: ລະບົບນໍ້າປະປາ, ສຸກສາລາ, ລະບົບໄຟຟ້າ, ຕິດຕັ້ງໂທລະພາບ ໃຫ້ກັບປະຊາຊົນ ທີ່ອາໄສຢູ່ລຽບຕາມເສັ້ນທາງລົດໄຟລາວ-ຈີນ ພາຍໃນແຂວງວຽງຈັນ ແລະ ແຂວງຫຼວງພະບາງ.

ປັດຈຸບັນນີ້ໂຄງການດັ່ງກ່າວແມ່ນຢູ່ໃນໄລຍະການສໍາຫຼວດ ແລະ ການປະເມີນຂອງທັງສອງຝ່າຍ ໃນດ້ານຕ່າງໆ ເພື່ອດໍາເນີນການຈັດຕັ້ງປະຕິບັດຕົວຈິງໃນອະນາຄົດອັນໃກ້ນີ້.


CRI

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles