23 C
Vientiane
Monday, October 21, 2024

ລະວັງນ້ຳມັນເຄື່ອງປອມ ! ພົບນໍ້າມັນເຄື່ອງປອມຍີ່ຫໍ້ຮອນດ້າ ຫຼາຍກ່ວາ 6,000 ຕຸກ !!!

ລະວັງນ້ຳມັນເຄື່ອງປອມ! ນະຄອນຫຼວງວຽງຈັນ ທຳລາຍນ້ຳມັນເຄື່ອງປອມແປງຍີ່ຫໍ້ຮອນດ້າຫຼາຍກວ່າ 6 ພັນຕຸກ ມູນຄ່າ 150 ກວ່າລ້ານ.


ໃນວັນທີ 25 ຕຸລາ 2019 ນີ້ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການຈັດພິທີທຳລາຍສິນຄ້າປອມແປງ, ຮຽນແບບເຄື່ອງໝາຍການຄ້າຍີ່ຫໍ້ຮອນດ້າ ປະເພດນ້ຳມັນເຄື່ອງທີ່ນຳເຂົ້າມາ ແລະ ຈຳໜ່າຍບໍ່ຖືກຕ້ອງສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ ສປປ ລາວ ທີ່ໂຮງງານຕົ້ມກັ່ນນ້ຳມັນດຳໃຈຍະຫວາດ, ບ້ານ ບໍ່ເຫຼັກ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.


ນ້ຳມັນເຄື່ອງປອມແປງຮຽບແບບທີ່ຍຶດມາ ແລະ ທຳລາຍໃນຄັ້ງນີ້ມີ: ນໍ້າມັນເຄື່ອງລຸ້ນ 4T ຝາສີແດງ 1 ລິດ; ນໍ້າມັນເຄື່ອງ ລຸ້ນ 4T ຝາສີແດງ 0,7 ລິດ; ນໍ້າມັນເຄື່ອງ ລຸ້ນ 4T ຝາສີປອນ 0,7 ລິດ; ນໍ້າມັນເຄື່ອງ ລຸ້ນ 4T ຝາສີຟ້າ 0,8 ລິດ ລວມທັງໝົດ 6.490 ຕຸກ ປະລິມານ 4.699 ລິດ ຄິດເປັນມູນຄ່າ 154.368.000 ກີບ ເຊິ່ງການທຳລາຍໃນຄັ້ງນີ້ ແມ່ນໄດ້ໃຊ້ວິທີການເທປົນໃສ່ກັບນ້ຳມັນດຳຂອງໂຮງງານກັ່ນນ້ຳມັນໃຈຍະຫວາດ ເພື່ອນຳໄປກັ່ນຕ່ອງຄືນໃໝ່ ແລະ ວິທີການທຳລາຍແບບນີ້ກໍເພື່ອເປັນການຮັກສາສິ່ງແວດລ້ອມ.



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles