25.6 C
Vientiane
Monday, October 21, 2024

ບໍລິສັດເບຍລາວ ແຈກທຶນການສຶກສາ ໃຫ້ນັກຮຽນ ທົ່ວປະເທດ !

 ໂດຍເຫັນໄດ້ ຄວາມສໍາຄັນ ວຽກງານການສົ່ງເສີມການສຶກສາ ແລະ ການປະກອບສ່ວນຊ່ວຍເຫຼືອສັງຄົມ, ບໍລິສັດເບຍລາວ ຈໍາກັດ ໄດ້ສືບຕໍ່ ຈັດກິດຈະກໍາມອບທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ ໂດຍໃນວັນທີ  18/10/2019 ໄດ້ມີການມອບທຶນການສຶກສາ ລວມ 55 ທຶນ ຢູ່ມະຫາວິທະຍາໄລ ສຸພານຸວົງ ແຂວງຫຼວງພະບາງ ໂດຍການເປັນປະທານ ຂອງ ທ່ານ  ສີອານຸວົງ ສະຫວັດວົງ ຮອງອະທິການບໍດີ ຝ່າຍວິຊາການ ມະຫາວິທະຍາໄລ ສຸພານຸວົງ, ທ່ານ ວຽງເພັດ ພັນທະວົງ ຜູ້ອໍານວຍການ ຝ່າຍບໍລິຫານ ບໍລິສັດເບຍລາວຈໍາກັດ ແລະ ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍ ກິດຈະກໍາເພື່ອສັງຄົມ ແລະ ຄວາມຍືນຍົງ ຂອງບໍລິສັດເບຍລາວ. 






      ບໍລິສັດເບຍລາວຈໍາກັດ ມີຄວາມເຊື່ອໝັ້ນສະເໜີວ່າ ການສຶກສາ ເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບ ການສຶກສາທີ່ດີ ກໍ່ຈະມີໂອກາດ ປະສົບຜົນສໍາເລັດໃນອະນາຄົດ, ນອກຈາກຈະເປັນຜົນປະໂຫຍດໃຫ້ກັບຕົນເອງແລ້ວ ຍັງສາມາດນໍາຄວາມຮູ້ ໄປພັດທະນາສ້າງສາປະເທດໄດ້. ແຕ່ໃນໂລກແຫ່ງຄວາມເປັນຈິງ, ໂອກາດທາງດ້ານການສຶກສາ  ຂອງແຕ່ລະຄົນບໍ່ເທົ່າກັນ, ບາງຄົນມີຄວາມພ້ອມທີ່ຈະໄດ້ຮັບໂອກາດ ໃນການສຶກສາ, ແຕ່ກໍ່ຍັງມີອີກຫຼາຍຄົນ ທີ່ຍັງຂາດໂອກາດ ຫຼື ພົບຄວາມຫຍຸ່ງຍາກ ໃນການໄດ້ຮັບການສຶກສາ. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ ບໍລິສັດເບຍລາວ ຈໍາກັດ ຈຶງໄດ້ສືບຕໍ່ ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ ໃນຫຼາຍພື້ນທີ່ ທົ່ວປະເທດ ຕໍ່ເນື່ອງກັນມາ ເປັນປີທີ 10. ສະເພາະໃນປີ 2019-2020, ທາງບໍລິສັດເບຍລາວ ຈໍາກັດ ໄດ້ຊຸກຍູ້ ການໃຫ້ທຶນການສຶກສາ ແກ່ກຸ່ມເປົ້າໝາຍນັກສຶກສາ ໂດຍມີນັກຮຽນທີ່ໄດ້ຮັບທຶນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາ ໃນທົ່ວປະເທດ ປະກອບມີ ມະຫາວິທະຍາໄລແຫ່ງຊາດ, ມະຫາວິທະຍາໄລ ສຸພານຸວົງ, ມະຫາວິທະຍາໄລ ສະຫວັນນະເຂດ, ມະຫາວິທະຍາໄລ ຈໍາປາສັກ, ວິທະຍາໄລ ຄູ ສະຫວັນນະເຂດ ແລະ ວິທະຍາໄລຄູປາກເຊ ໂດຍມູນຄ່າຂອງທຶນການສຶກສາ ແມ່ນມີມູນຄ່າ 300,000 ກີບ/ຄົນ/ເດືອນ ຕັ້ງແຕ່ ເລີ້ມຮຽນໃນປີທີສອງ ຈົນສໍາເລັດການສຶກສາ.



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles