25.6 C
Vientiane
Monday, October 21, 2024

ທ່ອງທ່ຽວວັດທະນາທໍາ ປະເທດລາວ ແມ່ນຫຼວງພະບາງ ມາເລເຊຍ ຕ້ອງແມ່ນ Melaka !!!

ນັກທ່ອງທ່ຽວທີ່ເດີນທາງມາທ່ຽວ Melaka ອ່ານອອກສຽງທອງຖິ່ນ ແມ່ນ 
ມະລະກາ ພາສາອັງກິດແມ່ນ Malacca ຈະບໍ່ຜິດຫວັງແນ່ນອນ ກັບຄວາມງົດງາມຂອງເມືອງເກົ່າໂບຮານ ເມືອງມໍລະດົກໂລກ ຂອງປະເທດມາເລເຊຍ ຮັບປະກັນໂດຍ ອົງການ ອຸຍເນສໂກ້ ໃນປີ 2008 ຕັ້ງຢູ່ບໍ່ໄກ ຈາກ ນະຄອນຫຼວງ ກົວລາລໍາເປີ ສາມາດຂຶ້ນລົດເມໄດ້ຢ່າງສະບາຍ ໂດຍຈະໃຊ້ເວລາພຽງ 2 ຊົວໂມງເທົ່ານັ້ນ. ເປັນສະຖານທີ່ ທີ່ຈະເຮັດໃຫ້ທ່ານ ໄດ້ຮຽນຮູ້ກ່ຽວກັບ ວັດທະນາທໍາ ແລະ ປະຫວັດສາດ ຂອງປະເທດ ມາເລເຊຍ ໄດ້ດີຂຶ້ນ. 





ຈຸດເດັ່ນຂອງເມືອງນີ້ ແມ່ນບັນດາເຮືອນຊານບ້ານຊ່ອງ ຮ້ານຄ້າ ແລະ ພິພິດຕະພັນ ຕ່າງໆ ແມ່ນທີມີລັກສະນະ ປະສົມປະສານ ລະຫວ່າງ ວັດທະນາທໍາ ປໍຕຸເກດ, ດັສ ແລະ ມາລາຢູ ທີ່ປະສົມກົມກຽວກັນອອກມາ ໄດ້ຢ່າງລົງໂຕ. ໃນເຂດຕົວເມືອງ ຍັງມີບັນດາ ຮູບແຕ້ມ ຕາມຝາເຮືອນ ແລະ ສີສັນທີ່ໂດດເດັ່ນ ທຸກຮອມແມ່ນຊອດເຊື່ອມຈອດກັນ ເຮັດໃຫ້ເມືອງນີ້ ເປັນຕາຍ່າງຕາຊົມ ໂດຍສະເພາະໃນຊ່ວງຕາເວັນຕົກດິນ. ຖ້າທ່ານ ບໍ່ຢາກຍ່າງ ກໍ່ສາມາດໃຊ້ບໍລິການລົດສາມລໍ້ ທີ່ມີການຕົບແຕ່ງປະດັບປະດາ ແຕ່ລະຄັນ ບໍ່ຊໍ້າກັນ ໂດຍຈຸດລວມຂອງລົດສາມລໍ້ ແມ່ນຢູ່ບໍລິເວນ Dutch Square.




ນອກຈາກນັ້ນ ຢູ່ທີ່ເມືອງ ມະລະກາ ຍັງມີ ແຫຼ່ງທ່ອງທ່ຽວ ແລະ ສະຖານທີ່ ທີ່ງົດງາມ ອີກຫຼາຍແຫ່ງ ທີ່ທ່ານ ຈະບໍ່ສາມາດຫ້າມໃຈ ໄປຖ່າຍຮູບນໍາໄດ້ ເຊັ່ນ:​ໂບດ, ຫໍວັດທະນາທໍາ, ປ້ອມປະຕູ ຊານຕິເອໂກ, ຕຶກອະນຸສອນ ການປະກາດເອກະລາດ, ພິພິດຕະພັນອິສລາມ, ສານເຈົ້າເຊັງຮຸນເຕັ້ງ, ວັດສີໂພຍາທາ ວິນຍາກາມູຮຕີ, ເນີນເຂົາຂອງຊາວຈີນ ແລະ ອື່ນໆ.​





ທ່ານສາມາດເດີນທາງຈາກນະຄອນຫຼວງວຽງຈັນ ເຖິງນະຄອນຫຼວງກົວລາລໍາເປີ ແລ້ວຕໍ່ລົດເມ ພຽງ 2 ຊົ່ວໂມງ ກໍ່ຈະນໍາພາທ່ານ ຮອດ ເມືອງ ມະລະກາ ໄດ້ແລ້ວ. ສົນໃຈ ຕິດຕໍ່ສອບຖາມ ອົງການທ່ອງທ່ຽວ ມາເລເຊຍ ປະຈໍາ ສປປ ລາວ ເພື່ອຮັບຂໍ້ມູນເພີ່ມຕື່ມ ຫຼື ຕິດຕໍ່ ບໍລິສັດນິຍົມລາວ ເພື່ອຈອງທົວ ໄປທ່ຽວ ມາເລເຊຍ ທີ່ໝາຍເລກ: 02022217269


ບໍ່ຄິດຫຍັງຫຼາຍ ໄປທ່ຽວມາເລເຊຍ ກັນດີກ່ວາ


#visitmalaysia2020
#vm2020
#Malaysia


Cr. ຮູບພາບ ຈາກ Kenny Teo, Flickr

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles