25.6 C
Vientiane
Monday, October 21, 2024

ສ. ເກົາຫຼີ ຈະເພີ່ມທຶນການສຶກສາ ຈາກ 280 ຂຶ້ນເປັນ 700 ທຶນ !!!

ທ່ານນາງ Kang Kyung-wha  ລັດຖະມົນຕີ ກະຊວງການຕ່າງປະເທດ ຂອງ ສ.ເກົາຫຼີ ໄດ້ກ່າວໃນພິທີປິດງານ ASEAN-KOREA Train Tour ໃນວັນທີ 18/10 ທີ່ຜ່ານມາ ໂດຍທ່ານນາງໄດ້ກ່າວວ່າ ສ.ເກົາຫຼີ ຈະລົງທຶນໃສ່ການແລກປ່ຽນ ລະຫວ່າງ ສ.ເກົາຫຼີ ແລະ ອາຊຽນ ໃຫ້ຫຼາຍຂຶ້ນ ແລະ ວາງແຜນທີ່ຈະເພີ່ມຈໍານວນທຶນການສຶກສາ ໃຫ້ຊາດ ໃນອາຊຽນ ຂຶ້ນ ສອງ ທົບ, ຈາກປົກກະຕິແມ່ນ 280 ທຶນ ຂຶ້ນເປັນ 700 ທຶນ/ປີ ພາຍໃນປີ 2022. 


ໃນປີຜ່ານມາ ອາຊຽນໄດ້ກາຍເປັນຄູ່ຮ່ວມການຄ້າ ທີ່ໃຫຍ່ ອັນດັບສອງ ຂອງ ສ. ເກົາຫຼີ ໂດຍມີມູນຄ່າ ຄູ່ຮ່ວມຄ້າຂາຍ ທີ່ 160 ຕື້ໂດລາສະຫະລັດ.​

ແຫຼ່ງທີ່ມາ:​inquirer.net

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles