25.6 C
Vientiane
Monday, October 21, 2024

ເທື່ອທໍາອິດ ປະທານບານເຕະ ຟີຟ້າ ຢ້ຽມຢາມ ສປປ ລາວ

ປະທານຟີຟ້າ FIFA ທ່ານ Infantino ເດີນທາງຢ້ຽມຢາມ ສປປ ລາວ ເປັນເທື່ອທໍາອິດ ສໍາຫຼັບ ກິດຈະກໍາການທົວອາຊີ ຈໍານວນ 5 ມື້ຂອງທ່ານ ເພື່ອເຂົ້າປຶກສາຫາລື ກ່ຽວກັບການພັດທະນາ ການເຕະບານ ແລະ ເຂົ້າພົບຂະແຫນ່ງການທີ່ກ່ຽວຂ້ອງ ເພື່ອຮັບຮູ້ ການພັດທະນາ ບານເຕະ ໃນ ສປປ ລາວ

ເທື່ອນີ້ຖືວ່າ ເປັນເທື່ອທໍາອິດ ທີ່ປະທານຟີຟ້າ ໄດ້ເດີນທາງມາປະເທດລາວ ໂດຍທ່ານ ໄດ້ເຂົ້າພົບ ກັບທ່ານ ທອງລຸນ ສີສຸລິດ ນາຍົກລັກຖະມົນຕີ ແຫ່ງ ສປປ ລາວ ແລະ ໄດ້ປຶກສາຫາລື ເຖິງຄວາມສໍາຄັນ ຂອງການພັດທະນາ ກິລາເຕະບານ ທີ່ສາມາດປະກອບສ່ວນ ເຂົ້າໃນການ ພັດທະນາສັງຄົມ ໂດຍສະເພາະ ສປປ ລາວ ທີ່ມີປະຊາກອນໄວໜຸ່ມ ເປັນຈໍານວນຫຼາຍ.

ທ່ານປະທານຟີຟ້າ ຍັງໄດ້ເຂົ້າຢ້ຽມຢາມ ສະຫະພັນບານເຕະ ແຫ່ງຊາດລາວ, ຢ້ຽມຢາມສະໜາມກິລາແຫ່ງຊາດ, ແລະ ສູນຝຶກເຕະບານ ຂອງທາງສະຫະພັນ. 


ແຫຼ່ງຂໍ້ມູນ: ​FIFA

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles