23 C
Vientiane
Tuesday, October 22, 2024

ເປີດຮັບສະໝັກແລ້ວ ທຶນການສຶກສາໄລຍະສັ້ນ ຢູ່ປະເທດ ການາດາ !

ຂ່າວດີ ຂໍເຊີນບັນດາທ່ານ ສະໝັກເອົາທຶນການສຶກສາຂອງລັດຖະບານ ການາດາ Programme canadien de bourses de la Francophonie 2020 (PCBF), ໃນປີ 2020, ທຶນດັ່ງກ່າວແມ່ນທຶນໄລຍະສັ້ນ, ສູງສຸດແມ່ນ 1 ປີ ແລະ ຕໍ່າສຸດແມ່ນ 6 ເດືອນ, ລາຍລະອຽດມີດັ່ງລຸ່ມນີ້:


ທຶນການສຶກສາຫຼັງປະລິນຍາຕີ ໄລຍະການສຶກສາ ສູງສຸດ 1 ປີ Diplôme d’Etudes Supérieures Spécialisées (DESS) Programme de formation de 2ème cycle d’une durée maximale d’un (1) an.ທຶນຂຽນບົດຄົ້ນຄວ້າຫຼັງປະລິນຍາເອກ ໄລຍະຄົ້ນຄວ້າ 10 ເດືອນ (Programme de stage de recherche post doctoral d’une durée de dix(10) mois).ທຶນຄົ້ນຄວ້າທົ່ວໄປ ໄລຍະເວລາ 6-10 ເດືອນ (Programme de stage de recherche sur mesure d’une durée de six(6) à dix(10) mois).


ໄລຍະຂອງການສະໝັກທຶນແມ່ນ ເລີ່ມຕັ້ງແຕ່ ວັນທີ 4 ຕຸລາ 2019 ເຖິງ ວັນທີ 15 ພະຈິກ 2019. 


ຜູ້ທີ່ມີຄວາມສົນໃຈສະໝັກ ສາມາດເຂົ້າເບິ່ງລາຍລະອຽດເພີ່ມເຕີມ ແລະ ດາວໂຫຼດແບບຟອມສະໝັກໄດ້ທີ່: [email protected] 


ຫຼື ປະສານງານກັບຜູ້ຮັບຜິດຊອບທຶນການສຶກສາ ​PCBF 2020 ປະຈໍາ ສປປ ລາວ ໄດ້ໂດຍກົງ ຕາມທີ່ຢູ່ລຸ່ມນີ້:
ຜູ້ປະສານງານ: ທ່ານ ນາງ ສຸວັນນະພາ ວົງໄຊ, ພາກວິຊາພາສາຝຣັ່ງ, ຄະນະອັກສອນສາດ, ມຊ, ໂທ: 020 55868528, ເບີວັອດແອັບ: 55427822, 

ອິເມວ: [email protected]


ໝາຍເຫດ: – ຂະແໜງການທີ່ເປັນບູລິມະສິດ: ວິສະວະກໍາສາດ (Ingénierie), ການຝຶກອົບຮົມຄູພາສາຝຣັ່ງ (formation des formateurs de français), ກົດໝາຍສາກົນ (Droit international), ການຫຼຸດຜ່ອນຄວາມທຸກຍາກ (Réduction de la pauvreté). 


 ຜູ້ສະໝັກທຶນຕ້ອງມີຄວາມຮູ້ທາງດ້ານພາສາຝຣັ່ງໃນລະດັບດີ ໃນຂະແໜງການທີ່ຕົນເອງສະໝັກເອົາທຶນ.
ຜູ້ສະໝັກທຶນຕ້ອງປະກອບເອກະສານໃຫ້ຄົບຖ້ວນ ແລ້ວສົ່ງເອກະສານທາງອິເມວໃຫ້ PCBF 2020 ແລະສົ່ງສໍາເນົາເອກະສານສະໝັກທຶນໃຫ້ຄະນະຮັບຜິດຊອບ ທີ່ ພາກວິຊາພາສາຝຣັ່ງ ຄະນະອັກສອນສາດ ມຊ ກ່ອນວັນທີ 15 ພະຈິກ 2019. 



 ສໍາພາດຜູ້ສະໝັກທຶນໃນວັນທີ 20 ພະຈິກ 2019. 


 ສົ່ງຜົນການຄັດເລືອກໃຫ້ຄະນະຮັບຜິດຊອບທຶນທີ່ປະເທດການາດາ ກ່ອນວັນທີ 28 ພະຈິກ 2019. 


 ຜູ້ທີ່ສົນໃຈສະໝັກທຶນການສຶກສາດັ່ງກ່າວນີ້ສາມາດ:ເຂົ້າເບິ່ງວີດີໂອສາທິດຂັ້ນຕອນການສະໝັກທຶນທີ່: https://youtu.be/qKVw_CTYNH4 ອ່ານຄູ່ມືການສະໝັກທີ່: www.boursesfrancophonie.ca/fr/dossier-candidature
ອ່ານຂໍ້ມູນທຶນການສຶກສາສໍາລັບ ສປປ ລາວ ທີ່: 



www.boursesfrancophonie.ca/pays.php 


 ນອກຈາກນີ້, ພະນັກງານທີ່ສັງກັດຢູ່ພາກລັດ, ເອກະຊົນ ຫຼື ຈາກພາກສ່ວນຕ່າງໆ ທີ່ມີຄວາມສົນໃຈ ແລະ ມີເງື່ອນໄຂຄົບຖ້ວນກໍ່ສາມາດສະໝັກເອົາທຶນການສຶກສາດັ່ງກ່າວນີ້ໄດ້.

ໂຊກດີ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles