30 C
Vientiane
Tuesday, October 22, 2024

ພົນລະເມືອງລາວຈໍານວນ 123 ຄົນໄດ້ເຂົ້າສັນຊາດຫວຽດນາມ

ວັນທີ 10 ຕຸລາ, ເມືອງອຽນເຈົາ, ແຂວງເຊີນລາ ໄດ້ຈັດຕັ້ງພິທີປະກາດ ແລະມອບຂໍ້ຕົກລົງສະບັບເລກທີ 1372/QĐ-CTN ລົງວັນທີ 14 ສິງຫາ 2019 ຂອງປະທານປະເທດຫວຽດນາມ ກ່ຽວກັບເລື່ອງໃຫ້ພົນລະເມືອງລາວ ຈໍານວນ 123 ຄົນທີ່ພວມດໍາລົງຊີວິດຢູ່ເມືອງອຽນເຈົາ ເຂົ້າສັນຊາດຫວຽດນາມ.

ວັນທີ 8 ກໍລະກົດ 2013, ລັດຖະບານສອງປະເທດຫວຽດນາມ-ລາວ ໄດ້ລົງນາມໃນຂໍ້ຕົກລົງແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ ແລະການແຕ່ງງານບໍ່ຖືກລະບຽບຢູ່ເຂດຊາຍແດນສອງປະເທດ.
ຕາມນັ້ນແລ້ວ, ຢູ່ເມືອງອຽນເຈົາ, ພົນລະເມືອງລາວ 123 ຄົນທີ່ອົບພະຍົບຢ່າງເສລີ ແລະແຕ່ງງານບໍ່ຖືກລະບຽບຢູ່ບັນດາຕາແສງຄື: ຈ່ຽງດົງ, ຊາບວາດ, ເມືອງລື້ມ, ຕູ່ນາງ, ລ໋ອງພຽງ, ຈ່ຽງເຕືອງ, ພຽງຄວ່າຍ, ຈ່ຽງອອນໄດ້ເຂົ້າສັນຊາດຫວຽດນາມ.
ພິທີປະກາດ ແລະມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມ ແມ່ນເຫດການທີ່ມີຄວາມໝາຍດ້ານການເມືອງນິຕິກໍາສໍາຄັນຕໍ່ພໍ່ແມ່ປະຊາຊົນຜູ້ທີ່ໄດ້ເຂົ້າສັນຊາດຫວຽດນາມ; ພ້ອມກັນນັ້ນ, ສະແດງຈິດໃຈມະນຸດສະທຳ, ການປະຕິບັດຄໍາໝັ້ນສັນຍາສາກົນຂອງຫວຽດນາມ ໃນເລື່ອງຮັບປະກັນສິດທິມະນຸດ, ສິດທິພົນລະເມືອງຢ່າງເຂັ້ມງວດ, ປະກອບສ່ວນຮັກສາ, ຄຸ້ມຄອງ ແລະປົກປັກຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍ, ສະຖຽນລະພາບຢູ່ເຂດຊາຍແດນ, ປັບປຸງສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ-ລາວ.
ໂດຍ: ທະນາພອນ
ໜັງສືພິມກອງທັບປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles