23 C
Vientiane
Tuesday, October 22, 2024

ເປີດທົດລອງການຜະລິດກະແສໄຟຟ້າເຄື່ອງຈັກໜ່ວຍທີ 1 ຂອງໂຄງການເຂື່ອນໄຟຟ້າດອນສະໂຮງ !

ເປີດທົດລອງການຜະລິດກະແສໄຟຟ້າເຄື່ອງຈັກໜ່ວຍທີ 1 ຂອງໂຄງການເຂື່ອນໄຟຟ້າດອນສະໂຮງ ເມືອງໂຂງ ແຂວງຈຳປາສັກ ພິທີໄດ້ຈັດຂຶ້ນໃນຕອນບ່າຍວັນທີ 11 ຕຸລາ 2019 ຜ່ານມາ ໂດຍມີ ທ່ານ ສົມສະຫວາດ ເລັ່ງສະຫວັດ ທີ່ປຶກສາຄະນະບໍລິຫານສູນກາງພັກ, ທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານຮອງເຈົ້າແຂວງຈໍາປາສັກ, ປະທານບໍລິສັດໄຟຟ້າດອນສະໂຮງຈຳກັດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.






 ທ່ານ ໂກນັນດຽວ ປະທານບໍລິສັດໄຟຟ້າດອນສະໂຮງ ຈຳກັດ ໄດ້ລາຍງານໂດຍຫຍໍ້ກ່ຽວກັບຜົນສຳເລັດຂອງໂຄງການວ່າ: ພາຍຫລັງທີ່ໄດ້ຮັບອະນຸຍາດໃຫ້ດໍາເນີນການກໍ່ສ້າງຈາກລັດຖະບານ ສປປ ລາວ ທາງບໍລິສັດໄດ້ສູມທຸກກຳລັງເຂົ້າໃສ່ຕາມແຕ່ລະໜ້າວຽກໃຫ້ສຳເລັດຕາມແຜນການເປັນແມ່ນໜ້າວຽກສຳຄັນຂອງໄລຍະທ້າຍແມ່ນການສູມໃສ່ເລັ່ງຕິດຕັ້ງເຄື່ອງຈັກປັ່ນໄຟ ຈົນມາຮອດປະຈຸບັນແມ່ນສຳເລັດໂດຍພື້ນຖານ ແລະ ໄດ້ເປີດທົດລອງເຄື່ອງຈັກໜ່ວຍທີ 1 ໃນວັນທີ 11 ຕຸລາ 2019 ເຊິ່ງມີກຳລັງຕິດຕັ້ງ 65 ເມກາວັດ ຄາດວ່າຮອດທ້າຍປີ 2019 ນີ້ ຈະສາມາດເປີດນຳໃຊ້ໃຫ້ໄດ້ທັງ 4 ໜ່ວຍ ທີ່ມີກຳລັງຕິດຕັ້ງທັງໝົດຂອງເຂື່ອນໄຟຟ້າດອນສະໂຮງ 260 ເມກາວັດ.






ທ່ານ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່ ກ່າວມີຄຳເຫັນວ່າ: ໂຄງການເຂື່ອນໄຟຟ້າດອນສະໂຮງແມ່ນໂຄງການຍຸດທະສາດຂອງລັດຖະບານໃນການພັດທະນາເຂື່ອນໄຟຟ້າພະລັງນ້ຳ ເຊິ່ງເປັນໂຄງການຂະໜາດໃຫຍ່ 1 ໃນ2 ເຂື່ອນ ທີ່ກຳລັງດຳເນີນການກໍ່ສ້າງຢູ່ແມ່ນ້ຳຂອງ ເປັນເຂື່ອນທີ່ມີລັກສະນະພິເສດ, ມີຜົນປະໂຫຍດສູງສຸດ ແຕ່ມີຜົນກະທົບຕໍ່ທຳມະຊາດ ແລະ ສັງຄົມໜ້ອຍທີ່ສຸດ ຖ້າທຽບໃສ່ເຂື່ອນອື່ນໆ.




Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles