23 C
Vientiane
Tuesday, October 22, 2024

ຢາກລຸ້ນໄປທ່ຽວ 5 ທະວີບ 5 ປະເທດ ແບບຟຣີໆ ດາຣາດັງລາວ ຈັດເຕັມ ກັບວິດີໂອ ເປີດໃຈຮັບປະສົບການໃໝ່

ເປີດໂຕໄປເປັນທີ່ຮຽບຮ້ອຍແລ້ວກັບໂຄງການ “Open To More Challenge ຫຼື ເປີດໃຈຮັບປະສົບການໃໝ່” ແລະ ຫຼາຍຄົນຄົງໄດ້ເຫັນວິດີໂອຂອງຄົນດັງໃນວົງການບັນເທີງທີ່ຖືກແຊຣ໌ໄປທົ່ວ Facebook ເຊິ່ງພວກເຂົາທັງ 4 ນັ້ນແມ່ນກໍາລັງແຂ່ງຂັນກັນເພື່ອຊິງເປັນຜູ້ຊະນະ 2 ຄົນສຸດທ້າຍທີ່ມີຄະແນນໂຫວດສູງສຸດ ເພື່ອລຸ້ນທ່ຽວຮອບໂລກ 5 ທະວີບ 5 ປະເທດ ແລະ ສຳລັບປະຊາຊົນທົ່ວໄປແມ່ນຈະມີພຽງຜູ້ຊະນະ 3 ຄົນເທົ່ານັ້ນທີ່ຈະເຂົ້າຮ່ວມການເດີນທາງໃນຄັ້ງນີ້ ງ່າຍໆພຽງອັດວິດີໂອທີ່ສື່ເຖິງ “ການເປີດໃຈເຮັດສິ່ງໃໝ່ໆ ໃນແບບທີ່ໂຕເອງບໍ່ເຄີຍເຮັດມາກ່ອນ” ຫຼື ຈະເຮັດຫົວຂໍ້ຕາມ 4 ຄົນດັງທີ່ລະບຸຢູ່ດ້ານລຸ່ມນີ້ກໍ່ໄດ້, ແລ້ວໂພສລົງໃນ Facebook ສ່ວນຕົວ ແລະ ໃສ່ hashtag #TuborgLaos #OpenToMore ເທົ່ານີ້ທ່ານກໍ່ສາມາດລຸ້ນເປັນຜູ້ຊະນະໄດ້ແລ້ວ, ຢໍ້າ! 3 ລາງວັນສໍາລັບບຸກຄົນທົ່ວໄປແມ່ນບໍ່ໄດ້ແຂ່ງກັບຄົນດັງ. 

ກ່ອນຈະໄປອັດວິດິໂອມາແຂ່ງ ພວກເຮົາມາເບິ່ງຕົວຢ່າງ “ການເປີດໃຈຮັບປະສົບການໃໝ່ໃນແຕ່ລະແບບຂອງທັງ 4 ຄົນດັງ” ວ່າຈະເປັນແນວໃດນັ້ນມາຕິດຕາມກັນໄດ້ເລີຍ: 


ຈາກເປັນຄົນທີ່ປິດກັ້ນ ແລະ ເລືອກກີນອາຫານ ກາຍເປັນຄົນທີ່ກ້າເປິດໃຈໃຫ້ກັບທຸກເມນູ ແລະ ຍັງໄດ້ປົດລ໋ອກຄວາມຢ້ານ ໃຫ້ກ້າທີ່ຈະຄົ້ນຫາຣົດຊາດໃໝ່ໆ!
 

“ບ໋ອບ ເປັນຄົນໜຶ່ງທີ່ເລືອກກິນ ເວົ້າງ່າຍໆຄືມັກຕິ ເມື່ອທູບ໋ອກ ທ້າໃຫ້ເຮັດພາລະກິດ ໃນຫົວຂໍ້ເປີດໃຈຮັບປະສົບການໃໝ່ກັບອາຫານ, ບອກເລີຍວ່າ ເມນູອາຫານທີ່ລອຍເຂົ້າມາໃນຫົວຕອນນັ້ນແມ່ນ: ໄຂ່ລູກ ແລະ ຫອຍນາງລົມ ເພາະບໍ່ເຄີຍລອງກິນຈັກເທື່ອສຳລັບໂຕເອງແລ້ວ ຮູ້ສຶກວ່າມັນເໝັນ ແລະ ຄາວແຮງ. ແຕ່ບ໋ອບກໍ່ຢາກເອົາຊະນະໃຈໂຕເອງເລີຍລອງເປີດໃຈກິນໄຂ່ລູກກັບນໍ້າຫວານ ແລະ ຫອຍນາງລົມກັບຜົງໂກໂກ້ ແລະ ບ໋ອບເອງກໍ່ເຮັດພາລະກິດນັ້ນສຳເລັດ ແລະ ຢາກຝາກເຖີງຄົນທີ່ເລືອກກິນຄືກັນກັບບ໋ອບວ່າ ການທີ່ເຮົາໄດ້ເປີດໃຈກິນອາຫານໃໝ່ໆ ອາດຈະເຮັດໃຫ້ເຮົາໄດ້ສຳພັດກັບຣົດຊາດທີ່ແຊບ ແບບທີ່ບໍ່ເຄີຍສຳພັດມາກ່ອນ…” ກ່າວໂດຍ ບ໋ອບ ຟຣີແມນ.  #Facebook Bob Freeman 

ການທີ່ໄດ້ອອກມາເຕັ້ນໃນສະຖານທີ່ສາທາລະນະ ມັນໄດ້ສ້າງຮ້ອຍຍິ້ມ ແລະ ຄວາມສຸກໃຫ້ຫຼາຍໆຄົນ ເຮັດໃຫ້ໂອເລ້ໝັ້ນໃຈວ່າ ສັງຄົມລາວເປີດໃຈຍອມຮັບຄວາມເປັນໂຕຕົນຂອງໂອເລ້ຫຼາຍຂື້ນ!
 


“ໂອເລ້ ເອງກໍ່ໄດ້ຮັບພາລະກິດໃນຫົວຂໍ້ ເປີດໃຈຮັບປະສົບການໃໝ່ໃນການເຕັ້ນຕາມສະຖານທີ່ສາທະລະນະ ຕອນທໍາອິດທີ່ໄດ້ຮັບຄໍາທ້າຄິດເຫັນພາບໂຕເອງແລ້ວຮູ້ສຶກອາຍ ເພາະໂດຍສ່ວນໂຕບໍ່ໄດ້ອອກໄປເຕັ້ນແບບນີ້ມາກ່ອນ ແລະ ຢູ່ໃນປະເທດລາວກໍ່ຍັງບໍ່ເຄີຍເຫັນໃຜເຮັດມາກ່ອນ ແຕ່ໂອເລ້ຄິດວ່າ ຢ່າໃຫ້ຄຳວ່າບໍ່ເຄີຍເຮັດມາຢຸດຄວາມກ້າຂອງເຮົາໄດ້! ໂອເລ້ກໍ່ເລີຍໃຊ້ຄວາມກ້າທີ່ມີ ບວກກັບຢາກໄປທ່ຽວຮອບໂລກ5555 ກໍ່ເລີຍເຮັດພາລະກິດຈົນສຳເລັດ ແລະ ໄດ້ສຽງຕອບຮັບດີເກີນຄາດ, ໄປໄສມາໄສຄົນກໍ່ມີຄົນຮູ້ຈັກຫຼາຍຂື້ນ ຮູ້ສຶກວ່າສັງຄົມຍອມຮັບໂອເລ້ຫຼາຍຂື້ນ ຈົນປະຈຸບັນນີ້ມີຮອດຄົນມາຂໍຖ່າຍຮູບນຳພຸ້ນນະ!” ກ່າວໂດຍ ໂອເລ້ ໂພທິມາດ  #Facebook Olay Phothimard 




ການໄດ້ອອກໄປພົບປະກັບຄົນໃໝ່ໆ ມັນໄດ້ສ້າງສີສັນ ແລະ ເຕີມເຕັມຊີວິດຂອງເມ ເຮັດໃຫ້ມີຊີວິດຊີວາ ແລະ ຍັງໄດ້ມິດຕະພາບໃໝ່ທີ່ບໍ່ຄິດວ່າໃນຊີວິດນີ້ຈະໄດ້ພົບມາກ່ອນ!

“ ເມ ໄດ້ຮັບພາລະກິດໃນຫົວຂໍ້ເປີດໃຈຮັບປະສົບການໃໝ່ກັບການຖ່າຍຮູບກັບຄົນແປກໜ້າ ແລະ ຍິ່ງໄປກວ່ານັ້ນ ເມຕ້ອງໄດ້ໃຊ້ຊຸດຄຼອດເພ້(ກາຕູນຢີປຸ່ນ) ບອກເລີຍວ່າເປັນພາລະກິດທີ່ຍາກຄູນສອງສຳລັບໂຕເອງ ເພາະ ໃນຊີວິດບໍ່ເຄີຍຄິດວ່າຈະໄດ້ເຮັດແບບນີ້ ສ່ວນຫຼາຍມີແຕ່ຄົນມາຂໍຖ່າຍຮູບນຳ! ສິ່ງທີ່ເມຕັດສິນໃຈເຮັດເພາະຢາກປ່ຽນຄວາມຄິດໃນກອບຂອງໂຕເອງ ຫຼັງຈາກທີ່ໄດ້ເຮັດພາລະກິດບອກໄດ້ເລີຍມ່ວນສຸດໆ ເພາະມັນໄດ້ສ້າງດ້ວຍຮອຍຍິ້ມ ແລະ ສຽງຫົວໃຫ້ແກ່ທຸກຄົນທີ່ພົບເຫັນ ເມຢາກເຊີນຊວນໃຫ້ທຸກຄົນທີ່ຂີ້ອາຍ ໃຫ້ກ້າທີ່ຈະອອກໄປພົບປະກັບສັງຄົມໃໝ່ ເຊິ່ງມັນອາດເປັນປະສົບການທີ່ໜ້າຈົດຈຳ ແລະ ສ້າງຮອຍຍິ້ມທີ່ລືມບໍ່ລົງຢ່າງເຊັ່ນກັບເມທີ່ໄດ້ເຮັດຜ່ານມາ…” ກ່າວໂດຍ ເມລະອອງ ສີຊານົນ. #Facebook Maylaong Sixanon



 ຈາກຄົນທີ່ບໍ່ກ້າຄິດນອກກອບ ກາຍເປັນຄົນທີ່ພ້ອມເປີດໃຈຮຽນຮູ້ ແລະ ເຮັດສິ່ງໃໝ່! 


“ພາລະກິດຂອງນົກທີ່ໄດ້ຮັບນັ້ນກໍ່ຄື ເປີດໃຈຮັບປະສົບການໃໝ່ໃນການເຮັດທັກສະໃໝ່ ນົກເລີຍເລືອກແຕ່ງໜ້າໃນຂະນະທີ່ຂີ່ລົດໂກຄຼາດ (Go kart) ບອກເລີຍວ່າຕື່ນເຕັ້ນ ແລະ ກໍ່ອອກມາຢ່າງທີ່ທຸກຄົນໄດ້ເຫັນໃນຄຼິບວິດີໂອ ແຕ່ກໍ່ມ່ວນ ແລະ ມັນຍັງເຮັດໃຫ້ນົກໄດ້ປົດລ໋ອກຄວາມຄິດຂອງໂຕເອງຈາກທີ່ບໍ່ກ້າຕິດນອກກອບ ໃຫ້ກ້າທີ່ຈະເຮັດສິ່ງໃໝໆ ແລະ ຍັງໄດ້ຄົ້ນພົບໂຕເອງວ່າສາມາດເຮັດຫຍັງໄດ້ຫລາຍກວ່າທີ່ຄິດ ແລະ ທ່ານເດໄດ້ລອງເຮັດສິ່ງທີ່ບໍ່ເຄີຍເຮັດແລ້ວຫຼືຍັງ ຖ້າຍັງມາລອງເປີດໃຈຮຽນຮູ້ທັກສະໃໝ່ໆໄປກັບນົກ ໃນໂຄງການ Tuborg Open To More Challenge ນີ້ໄດ້ເດີ້…” ກ່າວໂດຍ ນົກ ພອນທະມາລີ ຈິດປັນຍາ. 


#Facebook Nok Phonethamaly Chitpanya 

ວິດີໂອຂອງທ່ານອາດເປັນຜູ້ຊະນະຮ່ວມເດີນທາງທ່ອງທ່ຽວຮອບໂລກ 5 ທະວີບ 5 ປະເທດ. ທຸກຄົນສາມາດເຂົ້າຮ່ວມໂຄງການໄດ້ງ່າຍໆ ພຽງອັດວິດີໂອ ທີ່ສື່ເຖິງ “ການເປີດໃຈເຮັດສິ່ງໃໝ່ໆ ໃນແບບທີ່ໂຕເອງບໍ່ເຄີຍເຮັດມາກ່ອນ” ຫຼື ຈະເຮັດຕາມຫົວຂໍ້ແບບ 4 ຄົນດັງທີ່ກວ່າມາຂ້າງເທິງນັ້ນກໍ່ໄດ້, ແລ້ວໂພສລົງໃນ Facebook ສ່ວນຕົວ ແລະ ໃສ່ hashtag #TuborgLaos #OpenToMore ເທົ່ານີ້ທ່ານກໍ່ສາມາດລຸ້ນເປັນຜູ້ຊະນະ.

ກະຕິກາ ແລະ ຂໍ້ມູນເພີມຕືມ ສາມາດຕິດຕາມ Facebook TuborgLaos.
ມາຮ່ວມເປີດໃຈຮັບປະສົບການໃໝ່ກັບ Tuborg ໄດ້ແລ້ວມື້ນີ້ ຈົນເຖີງ 20 ຕຸລາ 2019.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles