23.6 C
Vientiane
Sunday, October 20, 2024

ມີປັນຫາ ການໄປພົວພັນວຽກຂໍຂໍ້ມູນທີ່ດິນ ໂທແຈ້ງເລີຍ 1514





ຫາກທ່ານໄປຂໍຂໍ້ມູນທີ່ດິນແລ້ວ ພົບພະນັກງານມີພຶດຕິກຳເຮັດຫຍຸ້ງຍາກ, ຮຽກເອົາຜົນປະໂຫຍດ ແຈ້ງສາຍດ່ວນ 1514


ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຈຶ່ງໄດ້ອອກແຈ້ງການ ເລກທີ 5386/ກຊສ, ນະຄອນຫຼວງວຽງຈັນ, ລົງວັນທີ 27 ກັນຍາ 2019 ວ່າດ້ວຍເລື່ອງການສະໜອງຂໍ້ມູນກ່ຽວກັບຕອນດິນໃຫ້ພໍ່ແມ່ປະຊາຊົນ ລວມທັງນິຕິບຸກຄົນ ແລະ ການຈັດຕັ້ງ ເພື່ອເປັນການຮັບໃຊ້ ແລະ ອຳນວຍຄວາມສະດວກ ບໍລິການໃຫ້ແກ່ພໍ່ແມ່ປະຊາຊົນ  ລວມທັງນິຕິບຸກຄົນ ຫຼື ການຈັດຕັ້ງທີ່ຕ້ອງການຂໍຂໍ້ມູນເອກະສານຕອນຕອນ ຫຼື ຂໍການຢັ້ງຢືນກ່ຽວກັບບັນຫາທີ່ດິນ ເພື່ອນຳໃຊ້ເຂົ້າໃນເປົ້າໝາຍໃດໜຶ່ງຕາມກົດໝາຍ ທັງເປັນການເພີ່ມທະວີຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ເຮັດໜ້າທີ່ຄຸ້ມຄອງວຽກງານທີ່ດິນໃຫ້ມີຄຸນທາດການເມືອງ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ມີຈັນຍາບັນ, ສັດຊື່ບໍລິສຸດ ແລະ ເອົາໃຈໃສ່ໃນການປະຕິບັດໜ້າທີ່ຕາມຂອບເຂດສິດ ແລະ ໜ້າທີ່ຂອງຕົນທີ່ກົດໝາຍກຳນົດໄວ້, ບົນຈິດໃຈຮັບໃຊ້ປະຊາຊົນ ໂດຍບໍ່ຮຽກຮ້ອງຜົນປະໂຫຍດໃດໆທີ່ບໍ່ຖືກຕ້ອງຈາກປະຊາຊົນ ແລະ ນັກລົງທຶນ.


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles