23.6 C
Vientiane
Saturday, October 19, 2024

ເຊີນເຂົ້າຮ່ວມແຂ່ງຂັນແຕ້ມຮູບ ຊິງເງິນລາງວັນລວມ ຫຼາຍກ່ວາ 9 ລ້ານກີບ !!!



ຂ່າວດີ, ຂໍເຊີນຊວນບັນດາທ່ານ ເຂົ້າຮ່ວມແຂ່ງຂັນ ແຕ້ມຮູບ ກ່ຽວກັບການເຂົ້າເຖິງກົດໝາຍ ເພື່ອຕ້ານ ແລະ ສະກັດກັ້ນ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ, ຈັດໂດຍ ຫ້ອງການກະຊວງຍຸດຕິທໍາ, ກົມໂຄສະນາເຜີຍແຜ່ກົດໝາຍ ກະຊວງຍຸດຕິທໍາ ແລະ ສູນໃຫ້ຄໍາປຶກສາ ແລະ ປົກປ້ອງແມ່ ແລະ ເດັກ ສູນກາງສະຫະພັນແມ່ຍິງລາວ ຮ່ວມກັບ ໂຄງການ ສະໜັບສະໜູນ ດ້ານຍຸດທະສາດ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ການປົກຄອງລັດ ດ້ວຍກົດໝາຍຢູ່ ສປປ ລາວ (3s-ROL) ໂດຍມີວັດຖຸປະສົງ ເພື່ອສ່ອງແສງພຶດຕິກໍາ ທີ່ກໍ່ໃຫ້ເກີດ ຫຼື ຈະເຮັດໃຫ້ເກີດມີອັນຕະລາຍ, ຄວາມເສຍຫາຍຕໍ່ແມ່ຍິງ ທາງດ້ານຮ່າງກາຍ, ຈິດໃຈ ຫຼື ທາງເພດ.


ເງື່ອນໄຂ ຂອງຜູ້ສົ່ງຮູບພາບເຂົ້າປະກວດ ມີດັ່ງຕໍ່ໄປນີ້:
1) ມີອາຍຸແຕ່ 18-40 ປີ, ບໍ່ຈໍາກັດເພດ, ຊົນເຜົ່າ, ລະດັບການສຶກສາ, ແລະ ຖິ່ນຖານພູມລໍາເນົາ (ເປີດກ້ວາງໃຫ້ທຸກຄົນເຂົ້າຮ່ວມ)
2) ຂະໜາດຂອງຮູບແຕ້ມແມ່ນ A2, ຕ້ອງຂຽນຄໍາອະທິບາຍ ຢູ່ກ້ອງຮູບແຕ້ມ, ບໍ່ໃຫ້ເກີນ 5 ປະໂຫຍກ, ຮູບແຕ້ມ ສາມາດໃສ່ຄໍາເວົ້າປະກອບໄດ້.
3) ຫ້າມແຕ້ມຮູບທີ່ມີລັກສະນະ ໂປ້ເປືອຍ, ລາມົກອານາຈານ
4) ຮູບແບບການແຂ່ງຂັນ ແມ່ນໃຫ້ທ່ານ ຖ່າຍຮູບແຕ້ມຂອງທ່ານ ສົ່ງເຂົ້າມາປະກວດ ພ້ອມທັງແຈ້ງຊື່ ແລະ ນາມສະກຸນ, ອາຍຸ, ທີ່ຢູ່, ເບີໂທລະສັບ ແລະ ອີເມລຂອງທ່ານ ມາທາງອີເມລ: [email protected]
[email protected]
5) ປິດຮັບສະໝັກ ວັນທີ 06 ຕຸລາ 2019


ລາຍລະອຽດອື່ນໆ ສາມາດອ່ານໄດ້ ຕາມໜັງສື ແຈ້ງການ ດັ່ງຕໍ່ໄປນີ້


ໂຊກດີ 

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles