26 C
Vientiane
Saturday, October 19, 2024

ທຳໃຈ! ພະນັກງານຕາມສັນຍາ ແລະ ອາສາສະໝັກ ທີ່ເຮັດວຽກຢູ່ຂະແໜງການເງິນ ລັດບໍ່ມີໂກຕ້າຮັບເອົາເປັນລັດຖະກອນ.



ກະຊວງການເງິນ ອອກແຈ້ງການ ວັນທີ 27 ກັນຍາ 2019 ແນະນຳເລື່ອງ ການຮັບເອົາພະນັກງານຕາມສັນຍາ ແລະ ອາສະໝັກເຂົ້າເຮັດວຽກຢູ່ຂະແໜງການເງິນຄື:

– ໃຫ້ລຸລ່ວງພະນັກງານຕາມສັນຍາ ແລະ ອາສາສະໝັກ ທີ່ຍັງຄົງຄ້າງຢູ່ໃນຄວາມຮັບຜິດຊອບຂອງຕົນໃນປັດຈຸບັນໃຫ້ໄປຊອກວຽກງານໃໝ່, ບໍ່ໃຫ້ຄອງຄ່ອຍລໍຖ້າຕົວເລກໂກຕ້າລັດຖະກອນໃໝ່.

– ພະນັກງານຕາມສັນຍາຈ້າງ ແລະ ອາສາສະໝັກທີ່ມີອາຍຸເກີນ 35 ປີ ກະຊວງການເງິນຈະບໍ່ຮັບພິຈາລະນາໃຫ້ເປັນລັດຖະກອນໃໝ່ ເນື່ອງຈາກໄດ້ປະຕິບັດຕາມກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ

– ບໍ່ໃຫ້ຖືກເອົາການເຂົ້າເປັນພະນັກງານຕາມສັນຍາ ແລະ ອາສາສະໝັກມາຫຼາຍປີ ເພື່ອເປັນເງື່ອນໄຂຮັບເຂົ້າເປັນລັດຖະກອນໃໝ່ ເພາະວ່າການເຂົ້າເປັນລັດຖະກອນໃໝ່ຕ້ອງໄດ້ຜ່ານການສອບເສັງຕາມກົດໝາຍ ແລະ ລະບຽບການ.

– ຫ້າມບໍ່ໃຫ້ມອບວຽກທີ່ສຳຄັນໃຫ້ພະນັກງານຕາມສັນຍາ ແລະ ອາສາສະໝັກ ຮັບຜິດຊອບຢູ່ແຕ່ລະບ່ອນ.

– ໃຫ້ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດວຽກງານຂອງພະນັກງານຕາມສັນຍາ ແລະ ອາສາສະໝັກແລ້ວໃຫ້ລາຍງານກົມຈັດຕັ້ງ ແລະ ພະນັກງານກະຊວງການເງິນ, ຖ້າຜູ້ໃດບໍ່ປະຕິບັດຕາມກົດໝາຍ ແລະ ລະບຽບການແມ່ນໃຫ້ເອົາອອກຈາກບ່ອນສັງກັດຢູ່ຂະແໜງການເງິນເລີຍ. 

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles