34 C
Vientiane
Friday, October 18, 2024

ຄວາມຮຸ່ງເຮື່ອງ ທາງດ້ານສາດສະໜາ ກໍ່ເກີດທີ່ນີ້: ວັດປ່າ ພູເຂົາຄວາຍ

ຖ້າພວກເຮົາເດີນທາງອອກຈາກນະຄອນຫຼວງວຽງຈັນ ໄປພຽງເລັກນ້ອຍ ຢູ່ເຂດຮອຍຕໍ່ລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງວຽງຈັນ, ຈະນໍາພາທ່ານ ເຂົ້າສູ່ເຂດວັດປ່າພະບາດ ພູເຂົາຄວາຍ ແລະ ວັດປ່າ ພູເຂົາຄວາຍ, ຕັ້ງຢູ່ເຂດບ້ານ ນານົກຂຸ້ມ, ເມືອງທຸລະຄົມ, ແຂວງວຽງຈັນ.  ວັດແຫ່ງນີ້ ມີສະຖາປັດຕິຍາກໍາ ທາງດ້ານສາດສະໜາ ທີ່ງົດງາມ ແລະ ມີຄວາມຫຼາກຫຼາຍ ຕັ້ງຢູ່ທາມກາງ ທໍາມະຊາດ ທີ່ສວຍສົດງົດງາມ ແລະ ມີນໍ້າຕົກຕາດ ແລະ ຫ້ວຍໄຫຼຜ່ານ. ແຕ່ລະມື້ ແຕ່ລະອາທິດ ຈະມີອອກຕົນຍາດໂຍມ ຈາກທົ່ວທຸກສາລະທິດ ລວມໄປຮອດ ປະເທດ ເພື່ອນບ້ານ ເຂົ້າມາສັກກາລະ ແລະ ທ່ອງທ່ຽວວັດແຫ່ງນີ້. ພາຍໃນຂອບເຂດວັດ ຍັງມີ ຮອຍພະບາດ, ຮູພະຍານາກ, ນໍ້າຕົກຕາດ, ຫ້ວຍ ແລະ ຮ້ານດອກໄມ້ ແລະ ຮ້ານຄ້ານ້ອຍພ້ອມ ເຄື່ອງດື່ມ ໄວ້ບໍລິການ. ເໝາະສົມ ສໍາຫຼັບເດັກນ້ອຍ ຊາວໜຸ່ມ ຜູ້ໃຫຍ່ ທຸກເພດ ທຸກໄວ ໃນການເຂົ້າມາທ່ຽວຊົມ. ເສັ້ນທາງ ເຂົ້າສູ່ວັດ ແມ່ນສະດວກສະບາຍ ແລະ ສາມາດທ່ຽວໄດ້ ທຸກລະດູ. 


Copyright and all rights reserved, FM 90




Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles