26 C
Vientiane
Friday, October 18, 2024

ອິນໂດເນເຊຍປະທ້ວງ ກົດໝາຍຫ້າມມີເພດສຳພັນກ່ອນແຕ່ງງານ

ອິນໂດເນເຊຍປະທ້ວງກົດໝາຍຫ້າມມີເພດສຳພັນກ່ອນແຕ່ງງານ

ເຫດການປະທ້ວງເລີ່ມຂຶ້ນວັນທີ 24 ກັນຍາ 2019 ຊາວອິນໂດເນເຊຍ ໃນຫຼາຍເມືອງຈັດການຊຸມໜຸ່ມຄັດຄ້ານຮ່າງກົດໝາຍ ຫ້າມມີເພດສຳພັນກ່ອນແຕ່ງງານ ເຖິງແມ່ນ ປະທານາທິບໍດີ ໂຈໂກ ວິໂດໂດ ຈະສັ່ງເລື່ອນການລົງມະຕິອອກໄປແລ້ວກໍ່ຕາມ, ເຈົ້າໜ້າທີ່ຕໍາຫຼວດນະຄອນຫຼວງຈາກາຕາ ຍິງແກ໊ສນ້ຳຕາ ແລະ ໃຊ້ນ້ຳສີດນ້ຳໃສ່ຜູ້ຊຸມນຸມ ທີ່ລວມໂຕບໍລິເວນດ້ານນອກສະພາ ເພື່ອຄັດຄ້ານຮ່າງກົດໝາຍຫ້າມການມີເພດສຳພັນກ່ອນແຕ່ງງານ.

 ເຊິ່ງຜູ້ປະທ້ວງທີ່ສ່ວນໃຫຍ່ເປັນນັກສຶກສາໄດ້ແກ່ວງກ້ອນຫີນໃສ່ຕຳຫຼວດ ເຮັດໃຫ້ຕ້ອງໃຊ້ກຳລັງເຂົ້າຄວບຄຸມສະຖານການ. ນອກຈາກນີ້, ຍັງມີການຊຸມນຸມຄັດຄ້ານຮ່າງກົດໝາຍດັ່ງກ່າວໃນອີກຫຼາຍເມືອງ ໂດຍການປະທ້ວງທີ່ເກີດຂຶ້ນເປັນເພາະຄວາມກັງວົງເຖິງແມ່ນວ່າ ປະທານາທິບໍດີ ໂຈໂກ ວິໂດໂດ ຈະສັ່ງເລື່ອນການລົງມະຕິຮ່າງກົດໝາຍສະບັບນີ້ອອກໄປແລ້ວ ແຕ່ຍັງມີຄວາມກັງວົນວ່າອາດຈະມີການຍົກຂຶ້ນມາພິຈາລະນາໃນພາຍຫລັງ. ນອກຈາກການຫ້າມມີເພດສຳພັນກ່ອນການແຕ່ງງານ ທີ່ມີໂທດຕິດຄຸກສູງສຸດ 1 ປີແລ້ວ ຮ່າງກົດໝາຍດັ່ງກ່າວຍັງຫ້າມການຢູ່ນຳກັນໂດຍບໍ່ແຕ່ງງານ ທີ່ຜູ້ຝ່າຝືນມີໂທດຕິດຄຸກ ສູງສຸດ 6 ເດືອນ ຫ້າມການທຳແທ້ງ ຍົກເວັ້ນກໍລະນີຖືກຂົ່ມຂືນ ຫຼື ກໍລະນີການຖືພາເປັນອັດຕະລາຍຕໍ່ແມ່ ໂດຍມີໂທດຈຳຄຸກສູງສຸດ 4 ປີ.
ທີ່ມາ: PPTVHD36


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles