34 C
Vientiane
Friday, October 18, 2024

ມອບວັດຖຸໂບຮານ 7.8 ພັນລາຍການ ໃຫ້ແກ່ລັດ

ໃນວັນທີ 24 ກັນຍາ 2019 ທີ່ຜ່ານມາ ໄດ້ມີພິທີມອບຮັບ ວັດຖຸໂບຮານ ຢູ່ໂຄງການບໍ່ຄໍາທອງ ເຊໂປນ, ສປປ ລາວ ຊຶ່ງເປັນວັດຖຸໂບຮານ ທີ່ໄດ້ຄົ້ນພົບ ຕັ້ງແຕ່ເລີ້ມໂຄງການມາ ແຕ່ປີ 2008 ໂດຍມີຈໍານວນທັງໝົດ 7,881 ລາຍການ, ເປັນວັດຖຸໂບຮານ ທີ່ເຮັດດ້ວຍ ທອງ, ທອງແດງ, ເພັດພອຍ, ເຄື່ອງປັ້ນດິນເຜົາ, ໄມ້ ແລະ ອື່ນໆ. ພາຍຫຼັງມອບຮັບແລ້ວ ຈະນໍາໄປວາງສະແດງ ຢູ່ຫໍພິພິດຕະພັນແຫ່ງຊາດ ນະຄອນຫຼວງວຽງຈັນ 828 ລາຍການ, ຫໍພິພິດຕະພັນ ສະຫວັນນະເຂດ 409 ລາຍການ ແລະ ຫໍພິພິດຕະພັນ ເມືອງວິລະບູລີ 6,644 ລາຍການ. 


ໃນໄລຍະທີ່ຜ່ານມາ ບໍລິສັດ ມິເນໂຮນສ໌ ລິມິເຕັດ ໄດ້ລົງທຶນ 1.3 ລ້ານ ໂດລາ ເຂົ້າໃນການອະນຸລັກ ປະຫວັດສາດ ແລະ ມໍລະດົກວັດທະນາທໍາ ທີ່ມີອາຍຸ ຫຼາຍກ່ວາ 3 ພັນປີ. 






ພາບແລະ ຂ່າວ ຄັດຈາກ: ໜັງສືພິມເສດຖະກິດສັງຄົມ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles