33 C
Vientiane
Friday, October 18, 2024

ໃກ້ເປັນຄວາມຈິງແລ້ວ…ທາງລົດໄຟຄວາມໄວສູງ ລາວ-ຈີນ

ໜັງສືພິມ ຊິນຫົວ ແຫ່ງ ສປ ຈີນ ລາຍງານວ່າ ການກໍ່ສ້າງເສັ້ນທາງລົດໄຟ ຄວາມໄວສູງ ລາວ-ຈີນ ມາຮອດປະຈຸບັນ ມີຄວາມຄືບໜ້າ ສໍາເລັດແລ້ວ ເກືອບ 80%. ເສັ້ນທາງລົດໄຟຄວາມໄວສູງເສັ້ນນີ້ ຈະກາຍເປັນ ໂຄ່ງລ່າງພື້ນຖານ ທີ່ສໍາຄັນ ໃນການສົ່ງເສີມ ການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ຊຶ່ງກ່າວໂດຍ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໃນງານພິທີເປີດ China-ASEAN Expo ຢູ່ເມືອງນານນິງ, ສປ ຈີນ.


ເສັ້ນທາງລົດໄຟດັ່ງກ່າວ ໄດ້ຖືກອອກແບບມາ ເພື່ອຮອງຮັບ ລົດໄຟ ທີມີຄວາມໄວ 160 ກມ ຕໍ່ຊົ່ວໂມງ ແລະ ຄາດວ່າ ຈະເປີດ ນໍາໃຊ້ໃນປີ 2021. ພິທີການກໍ່ສ້າງເສັ້ນທາງແຫ່ງນີ້ ໄດ້ເລີ້ມຕົ້ນມາ ຕັ້ງແຕ່ເດືອນ ທັນວາ ປີ 2015.


ນັບຕັ້ງແຕ່ປີ 1988 ມາຮອດເດືອນມິຖຸນາ ປີ 2019,  ໂຄງການລົງທຶນຂອງຈີນ ຢູ່ ສປປ ລາວ ມີທັງໝົດ 782 ໂຄງການ ມີມູນຄ່າທັງໝົດ 12.5 ຕື້ ໂດລາສະຫະລັດ, ແລະ ກາຍເປັນປະເທດ ທີ່ລົງທຶນຫຼາຍທີ່ສຸດ ຢູ່ ສປປ ລາວ. ການລົງທຶນ ຂອງ ສປ ຈີນ ຢູ່ ສປປ ລາວ ສ່ວນໃຫຍ່ ແມ່ນສຸມໃສ່ ການລົງທຶນທາງດ້ານ ພື້ນຖານໂຄງລ່າງເຊັ່ນ: ການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກ, ທາງດ່ວນ, ແລະ ເສົາສົ່ງກະແສໄຟຟ້າຄວມແຮງສູງ.​





ຂໍ້ມູນຈາກ: http://www.china.org.cn/business/2019-09/23/content_75233923.htm

News.cn

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles