22.8 C
Vientiane
Friday, October 18, 2024

ລັດຖະບານລັດເຊຍ ໃຫ້ທຶນ 98 ທຶນ ! ມີໃຜໄດ້ແດ່ ໄປເບິ່ງກັນເລີຍ !

ໃນປີ 2019 ມີນັກສຶກສາລາວ ໄດ້ຮັບທຶນການສຶກສາ ໄປຮຽນຕໍ່ ທີ່ປະເທດຣັດເຊຍ ທັງໝົດ 98 ທຶນ


ທີ່ສະຖານທູດຣັດເຊຍປະຈຳ ສປປ ລາວ ໄດ້ຈັດງານລ້ຽງສົ່ງຊາວຫນຸ່ມລາວທັງຍິງ ແລະ ຊາຍ, ທີ່ໄດ້ຮັບທຶນການສຶກສາທີ່ມະຫາວິທະຍາໄລຣັດເຊຍຈາກລັດຖະບານຣັດເຊຍ 2019. ໃນການກ່າວຕ້ອນຮັບນ້ອງນັກຮຽນ ພ້ອມດ້ວຍຜູ້ປົກຄອງ, ໄດ້ມີການກ່າວຄຳປາໄສຈາກ ທ່ານ ມິຄາອິນ ບາຣາໂນຟ ເອກອັກຄະລັດຖະທູດຣັດເຊຍ ປະຈຳ ສປປ ລາວ, ທ່ານ ຄຳຜາຍ ສີສະຫວັນ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຊາອູຣ໌ ເລຕິຟົບ ຫົວຫນ້າສູນວິທະຍາສາດ ແລະ ວັດທະນະທຳຣັດເຊຍ ປະຈຳ ສປປ ລາວ. ໃນສົກປີນີ້ໄດ້ມອບທຶນການສຶກສາໄປຮຽນທີ່ ສ.ຣັດເຊຍໃຫ້ແກ່ຊາວລາວ ເປັນຈຳນວນ 92 ທຶນ. ປະຊາຊົນລາວຍາມໃດກໍຕີລາຄາຢ່າງສູງຕໍ່ລະດັບການສຶກສາທີ່ສ. ຣັດເຊຍ. ພວກເຮົາຂໍສະແດງຄວາມຂອບໃຈຢ່າງສູງມາຍັງກະຊວງການຕ່າງປະເທດ ປະຈຳ ສປປ ລາວ ທີ່ໃຫ້ການສະຫນັບສະຫນູນ ແລະ ການຊ່ວຍເຫລືອຢ່າງຕໍ່ເນື່ອງໃນການນຳສົ່ງນັກຮຽນໄປສຶກສາທີ່ ສ.ຣັດເຊຍ.



Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles