31 C
Vientiane
Friday, October 18, 2024

ລາຄາເຂົ້າສານເພີ່ມຂຶ້ນກາຍ 20% ລັດຖະບານເລີ້ມອອກມາແຊກແຊງ !

ນະຄອນຫຼວງວຽງຈັນ ນຳເຂົ້າຄັງແຮ 2 ພັນໂຕນ ອອກມາແຊກແຊງລາຄາຕະຫຼາດ ພາຍຫຼັງເຂົ້າຂຶ້ນກາຍ 20%


ພິທີເປີດຈຳໜ່າຍເຂົ້າຄັງແຮແຊກແຊງລາຄາ ແລະ ດັດສົມຕະຫຼາດ ຈັດຂຶ້ນໃນວັນທີ 23 ກັນຍາ 2019 ທີ່ຕະຫຼາດສະອາດຊາວບ້ານ, ບ້ານດົງຄໍາຊ້າງ, ເມືອງຫາດຊາຍຟອງ ໂດຍມີຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມີບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ອຄ ເມືອງ, ເຈົ້າຂອງບໍລິສັດຄຳແພງເພັດ ແຈ້ງສະຫວ່າງສົ່ງເສີມການກະເສດ ຜູ້ສະໜອງເຂົ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.





ທ່ານ ເບີລິນ ເພັດຈັນທະຣາດ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ  ກ່າວວ່າ: ຈາກສະພາບລາຄາສິນຄ້າປະເພດເຂົ້າໃນເລີ່ມແຕ່ທ້າຍເດືອນມີຖຸນາມາ ເຖິງ ຕົ້ນເດືອນກັນຍາ 2019 ເຫັນວ່າ: ສະພາບເຂົ້າມີການເໜັງຕີງເພີ່ມຂຶ້ນລາຄາຢ່າງຕໍ່ເນື່ອງມາເຖິງອາທິດທີ 2 ຂອງເດືອນກັນຍາ ຄື: ລາຄາເຂົ້າເປືອກໜຽວ ເທົ່າກັບ 4.350 ກີບ/ກິໂລ; ຖ້າສົມທຽບໃສ່ທ້າຍເດືອນມີຖຸນາ ລາຄາເຂົ້າເປືອກເທົ່າກັບ 3.500 ກີບ/ກິໂລ; ເຫັນວ່າມີລາຄາເພີ່ມຂຶ້ນ 1.500 ກີບ/ກິໂລ ຫຼື ເທົ່າກັບ 24,28%. ລາຄາສານໜຽວປະເພດ 2 ເທົ່າກັບ 8.500 ກີບ/ກິໂລ; ຖ້າສົມທຽບໃສ່ທ້າຍເດືອນມີຖຸນາ ລາຄາເຂົ້າສານໜຽວປະເພດ 2 ເທົ່າກັບ 7.000 ກີບ/ກິໂລ ເຫັນວ່າມີລາຄາເພີ່ມຂຶ້ນ 1.500 ກີບ/ກິໂລຫຼືເທົ່າກັບ 21,48%. ສະນັ້ນ, ເພື່ອປະຕິບັດຕາມທິດຊີ້ນຳຂອງຂັ້ນເທິງໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດຂອງລັດຖະບານໃຫ້ມີປະສິດທິຜົນ ແລະ ຮັບປະກັນໃຫ້ມີສະຖຽນລະພາບທາງດ້ານລາຄາ, ມີຄວາມໝັ້ນຄົງທາງດ້ານການສະໜອງ, ບໍ່ໃຫ້ມີຜົນກະທົບບໍ່ດີຕໍ່ສັງຄົມ, ຫຼີກລ່ຽງສະພາບຂາດເຂົ້າກິນ ແລະ ການເກງກຳໄລທີ່ບໍ່ສົມເຫດສົມຜົນຊື່ງກໍ່ໃຫ້ເກີດຄວາມວຸ້ນວາຍພາຍ ໃນນະຄອນຫຼວງວຽງຈັນໂດຍສະເພາະແມ່ນໄລຍະເກີດໄພນ້ຳຖ້ວມຢູ່ບັນດາແຂວງພາກກາງ ແລະ ພາກໃຕ້. 





ມາເຖິງປະຈຸບັນພະແນກອຸດສາຫະກຳ ແລະ ການຄ້າ ໄດ້ມອບໝາຍໃຫ້ ບໍລິສັດຄຳແພງເພັດ ແຈ້ງສະຫວ່າງ ສົ່ງເສີມການກະເສດຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ທີ່ມີສັນຍາກັບລັດຖະບານເຮັດຄັງແຮເຂົ້າແຊກແຊງລາຄາ ແລະ ດັດສົມຕະຫຼາດໄດ້ມີພ້ອມຮັບມືກັບບັນຫາເຂົ້າກິນເໜັງຕີງຂື້ນລາຄາເກີນ 20% ຂອງລາຄາທ້ອງຕະຫຼາດ ໃນນະຄອນຫຼວງວຽງຈັນ ແລະ ທາງບໍລິສັດ ກໍ່ມີຄວາມພ້ອມ ແລະ ມີຄວາມຮັບປະກັນເຂົ້າແຮໄວ້ຢູ່ໃນສາງຂອງຕົນຄົບຕາມຈຳນວນ 40% ຕາມວົງເງີນທີ່ຍັງເຫຼືອ ແລະ ນຳເອົາເຂົ້າຄັງແຮ່ມາຈຳໜ່າຍໂດຍສະເພາະແມ່ນເຂົ້າສານໜຽວປະເພດ 2 ໃນລາຄາ 6.500 ກີບ/ກິໂລ; ຖ້າສົມທຽບໃສ່ລາຄາໃນທ້ອງຕະຫຼາດໃນນະຄອນຫຼວງວຽງຈັນ ໃນປະຈຸບັນແມ່ນລາຄາ 8.500 ກີບ/ກິໂລ ເຫັນວ່າມີລາຄາຫຼຸດລົງ 2.000 ກີບ ຫຼື ເທົ່າກັບ 23,53%. ນອກຈາກນີ້, ທາງບໍລິສັດຍັງມີຜະລິດຕະພັນເຂົ້າສານຈ້າວມາວາງຈໍາໜ່າຍດັ່ງນີ້: ເຂົ້າຈ້າວຫອມມະລີປະເພດ 1 ລາຄາ 8.000 ກີບ/ກິໂລ; ເຂົ້າຈ້າວຫອມມະລີປະເພດ 2 ລາຄາ 7.000 ກີບ/ກິໂລ; ເຂົ້າຈ້າວຂາວ ລາຄາ 7.000 ກີບ/ກິໂລ.





ທັງນີ້, ບໍລິສັດຄໍາແພງເພັດ ແຈ້ງສະຫວ່າງ ສົ່ງເສີມກະເສດ ຂາເຂົ້າ-ຂາອອກຈໍາກັດຜູ້ດຽວ ໄດ້ກະກຽມເຂົ້າສານໜຽວ ປະເພດ 2 ທັງໝົດ ຈຳນວນ 2.000 ໂຕນ ເພື່ອສະໜອງໃຫ້ແກ່ຜູ້ບໍລິໂພກພາຍໃນນະຄອນຫຼວງວຽງຈັນ ໂດຍຕັ້ງຈຸດຂາຍຕາມແຈ້ງການຂອງພະແນກ ອຄ.ນວ 5 ຈຸດຄື: 1) ຕະຫຼາດສະອາດຊາວບ້ານດົງຄຳຊ້າງ ເມືອງຫາດຊາຍຟອງ ຈຳໜ່າຍວັນຈັນ ຫາ ວັນເສົາ; 2) ຈຸດບໍລິສັດລັດວິສາຫະກິດ ສະບຽງອາຫານນະຄອນຫຼວງວຽງຈັນ ບ້ານສີຫອມ ເມືອງຈັນທະບູລີ ຈຳໜ່າຍວັນຈັນ ຫາ ວັນສຸກ; 3) ສູນການຄ້າລາວໄອເຕັກ ຈຳໜ່າຍວັນພຸດ ແລະ ວັນເສົາ; 4) ຕະຫຼາດລາວອົດຊີ ບ້ານໜອງແຕງ ເມືອງສີໂຄດຕະບອງ ຈຳໜ່າຍວັນຈັນ ຫາ ວັນເສົາ ແລະ 5) ໂຮງສີເຂົ້າ ນາງ ຈັນເພັງ ບ້ານນາສ້ຽວ ເມືອງນາຊາຍທອງ ຈໍາໜ່າຍວັນຈັນ ຫາ ວັນເສົາ ເຊິ່ງການຈຳໜ່າຍເລີ່ມແຕ່ວັນທີ 23 ຫາ 30 ກັນຍາ 2019.


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles