33 C
Vientiane
Friday, October 18, 2024

ໃບປະກາດແດງຍິງຄົນທໍາອິດ ກົດໝາຍການປົກຄອງ ຄະນະນິຕິສາດ ລັດຖະສາດ



“ກິ່ງ ທິບດາພອນ ຫອມສົມບັດ ນັກສຶກສາໃບປະກາດແດງຍິງຄົນທຳອິດຂອງກົດໝາຍການປົກຄອງ ຈາກ ຄະນະນິຕິສາດ ແລະ ລັດຖະສາດ ມຊ”


 ກິ່ງ ທິບດາພອນ ໃຫ້ສໍາພາດ ຕໍ່ທີມງານ FM 90.0 MHz ວ່າ: ການໄດ້ມາຊຶ່ງໃບກະກາດແດງບໍ່ແມ່ນເລື່ອງທີ່ຍາກເກີນໄປ ແລະ ບໍ່ແມ່ນເລື່ອງທີ່ງ່າຍເກີນໄປສຳລັບທຸກຄົນ. ສຳລັບການປະສົບຜົນສຳເລັດໃນຄັ້ງນີ້ ກິ່ງໄດ້ບອກວ່າ ແຮງບັນດານໃຈທີ່ສຳຄັນແມ່ນມາຈາກຄອບຄົວ, ຄູອາຈານ ແລະ ຫມູ່ເພື່ອນ ບວກກັບເຕັກນິກໃນການສຶກສາຮໍ່າຮຽນ, ຄວາມຕັ້ງໃຈຄວາມອົດທົນດຸໝັ່ນໃນການຄົ້ນຄວ້າ ບໍ່ວ່າຈະຢູ່ໃນຫ້ອງຮຽນ ແລະ ນອກໂມງຮຽນ ໃນເວລາຮໍ່າຮຽນກໍ່ໄດ້ຕັ້ງໃຈຟັງອາຈານອະທິບາຍ ຈົດບັນທຶກປະເດັນທີ່ສຳຄັນຂອງບົດຮຽນ ຫລັງຈາກນັ້ນກໍ່ໄດ້ທວນຄືນບົດຮຽນເກົ່າ ພ້ອມທັງຄົ້ນຄວ້າໃນສິ່ງໃຫມ່ໆ ແລະ ມີປະເດັນທີ່ບໍ່ຈະແຈ້ງກໍ່ນຳມາຖາມ ອາຈານຄືນ.





ກິ່ງ ທິບດາພອນ ກ່າວຕື່ມອີກວ່າ ຕົນເອງມີຄວາມພາກພູມໃຈ ແລະ ຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮັບປະກາດສະນີຍະບັດແດງ ໃນຄັ້ງວັນທີ20/9/2019 ທີ່ຜ່ານມາ ພາຍໃຕ້ການຈັດພິທີເຊັນມອບຮັບຂອງພາກວິຊາ ທ່າມກາງການສະແດງຄວາມຍິນດີຂອງຄອບຄົວ ແລະ ຄົນອ້ອມຂ້າງ. ຂໍຂອບໃຈ ຄູບາອາຈານ ແລະ ທຸກໆຄົນທີ່ໃຫ້ການຊ່ວຍເຫຼືອ ໂດຍດີ ຕະຫຼອດມາ. 


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles