32.2 C
Vientiane
Monday, October 21, 2024

ຢືນຢັນ ເສັ້ນທາງ ຕານມີໄຊ-ສີເກີດ ແລ້ວສົມບູນທ້າຍປີ 2019 ແນ່ນອນ !

ໜ່ວຍງານທີ່ກ່ຽວຂ້ອງ ຢືນຢັນວ່າ ການກໍ່ສ້າງເສັ້ນທາງ ແຕ່ ສີ່ແຍກໄຟອໍານາດ ຕານມີໄຊ ເມືອງໄຊທານີ ຫາ ສີ່ແຍກໄຟອໍານາດ ສີເກີດ ເມືອງນາຊາຍທອງ ລວມໄລຍະທາງ 9.4 ກມ ຈະສໍາເລັດໃນທ້າຍປີ 2019 ນີ້ ແນ່ນອນ ໂດຍປະຈຸບັນ ມີຄວາມຄືບໜ້າໄປແລ້ວ 72.62% ໂດຍໄດ້ສຸມໃສ່ວຽກ ໃນການປູຄອນກຮີດ. ໂຄງການດັ່ງກ່າວໄດ້ເລີ້ມຈັດຕັ້ງປະຕິບັດມາຕັ້ງແຕ່ເດືອນ ຕຸລາ 2016 ແຕ່ເກີດມີຄວາມຫຼ້າຊ້າມາ ເນື່ອງຈາກມີປັນຫາທາງດ້ານການເງິນ ແລະ ໄດ້ຂໍສືບຕໍ່ໜ້າວຽກ ຕື່ມອີກ 9 ເດືອນ.




ການປັບປຸງເສັ້ນທາງດັ່ງກ່າວ ແມ່ນໃຊ້ງົບປະມານຢູ່ທີ່ 45.1 ລ້ານໂດລາສະຫະລັດ (ປະມານ 367 ຕື້ກີບ). ເສັ້ນທາງທີ່ຈະສ້າງ ແມ່ນມີຄວາມກ້ວາງ 28 ແມັດ, ມີ 6 ເລນ, ມີລະບົບລະບາຍນໍ້າ ແລະ ໄຟເຍືອງທາງຄົບຊຸດ. 





ແປຈາກ ໜັງສືພິມ Vientianetimes

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles