24 C
Vientiane
Monday, October 21, 2024

ພິທີມອບ-ຮັບ ເຂົ້າສັນຊາດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 88 ຄົນ

ວັນທີ 18 ກັນຍາ, ຢູ່ຄ້າຍທະຫານຊາຍແດນດ່ານສາກົນລ໋ອງເຊິບ, ເມືອງມົກເຈົາ, ບັນດາອົງການທີ່ກ່ຽວຂ້ອງແຂວງເຊີນລາ ໄດ້ສົມທົບກັບກະຊວງຍຸຕິທຳຫວຽດນາມ ຈັດຕັ້ງພິທີປະກາດ ແລະມອບຂໍ້ຕົກລົງເຂົ້າສັນຊາດຫວຽດນາມ ຂອງປະທານປະເທດຫວຽດນາມ ໃຫ້ແກ່ພົນລະເມືອງລາວ 88 ຄົນທີ່ພວມດໍາລົງຊີວິດຢູ່ບໍລິເວນ.

ທີ່ພິທີ, ທ່ານນາງ ເລືອງທິແລງ, ຮອງຫົວໜ້າກົມສັນຊາດ, ສຳມະໂນຄົວ, ຢັ້ງຢືນ, ກະຊວງຍຸຕິທໍາຫວຽດນາມ ໃຫ້ຮູ້ວ່າ, ພາຍຫຼັງຖືສັນຊາດຫວຽດນາມແລ້ວ ເຂົາເຈົ້າຈະໄດ້ຮັບປະກັນບັນດາສິດຜົນປະໂຫຍດອັນຊອບທໍາ. ນອກຈາກນັ້ນ, ເດັກນ້ອຍຈະໄດ້ຮັບປະກັນສິດຜົນປະໂຫຍດຢ່າງຄົບຖ້ວນໃນການກວດ, ປິ່ນປົວພະຍາດ, ໄດ້ໄປໂຮງຮຽນ. ພ້ອມກັນນັ້ນ, ບັນດາພົນລະເມືອງດັ່ງກ່າວຈະໄດ້ຊົມໃຊ້ນະໂຍບາຍໜູນຊ່ວຍເພື່ອເຮັດໃຫ້ການດໍາລົງຊີວິດນັບມື້ນັບເປັນປົກກະຕິ ແລະດີກວ່າອີກ.

ຢູ່ແຂວງເຊີນລາ, ນັບແຕ່ປະຈຸບັນຮອດວັນທີ 15 ຕຸລາ 2019, ໂດຍປະຕິບັດບັນດາເນື້ອໃນຂອງຂໍ້ຕົກລົງລະຫວ່າງລັດຖະບານສອງປະເທດຫວຽດນາມ-ລາວ ກ່ຽວກັບການແກ້ໄຂບັນຫາຜູ້ອົບພະຍົບຢ່າງເສລີ, ແຕ່ງງານບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນສອງປະເທດ, ຈະມີພົນລະເມືອງລາວ 200 ຄົນທີ່ພວມດໍາລົງຊີວິດຢູ່ທີ່ນີ້ຈະໄດ້ເຂົ້າສັນຊາດຫວຽດນາມ ຕາມຂໍ້ຕົກລົງຂອງປະທານປະເທດແຫ່ງ ສສ.ຫວຽດນາມ.

Cr. ກອງທັບປະຊາຊົນ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles