24 C
Vientiane
Sunday, October 20, 2024

ພວກເຮົາ ຈະຮັບມື ກັບອາກາດໜາວ ແນວໃດ ? ເຄັດລັບ ເພື່ອຕໍ່ສູ້ກັບອາກາດໜາວ !





ປີນີ້ ເປັນປີທີ່ໜາວຜິດປົກກະຕິ ໂດຍບາງເຂດ ບາງແຂວງທາງພາກເໜືອ ແລະ ພາກຕາເວັນອອກ ຂອງ ສປປ ລາວ ແມ່ນມີອຸນຫະພູມຕິດລົບ ເຮັດໃຫ້ບາງເຂດ ນໍ້າ ກາຍເປັນນໍ້າກ້ອນ ແລະ ມີຝົນຕົກຄ້າຍໆ ຫິມະ ປະສົມລົງມາ. ຈາກສະພາບອາກາດທີ່ໜາວເຢັນຜິດປົກກະຕິ ດັ່ງກ່າວ ໄດ້ເຮັດໃຫ້ສັດລ້ຽງ ແລະ ພືດພັນນາໆສະນິດ ເສຍຫາຍ ບວກໃສ່ກັບປະຊາຊົນ ທີ່ອາໄສ ໃນເຂດທຸລະກັນດານ ແລະ ເຂດພູສູງ ແມ່ນໄດ້ຮັບອິດທິພົນຢ່າງຫຼວງຫຼາຍ ຕໍ່ການດໍາລົງຊີວິດ ແລະ ທໍາມາຫາກິນ. ເມື່ອໄພທໍາມະຊາດ ເຂົ້າມາຂົ່ມຂູ່ ພວກເຮົາ ກໍ່ຕ້ອງກຽມໂຕເພື່ອຮັບມື ກັບໄພໜາວດັ່ງກ່າວໃຫ້ພ້ອມ. 


ກ່ອນອື່ນເຮົາມາທໍາຄວາມຮູ້ຈັກກັບບັນດາໂລກໄພໄຂເຈັບຕ່າງໆ ທີ່ມັກເກີດຂຶ້ນໃນຊ່ວງລະດູໜາວ, ຊຶ່ງໂລກທີ່ມັກເກີດຂຶ້ນເປັນປະຈໍາ ໃນຊ່ວງລະດູໜາວ ປະກອບມີ ໂລກໄຂຫວັດ, ໂລກປອດບວມ, ໄອ, ຈາມ, ເຈັບຫົວ, ແລະ ອື່ນໆ. 


ວິທີການງ່າຍໆ ໃນການເບິ່ງແຍງສຸຂະພາບ ໃນຊ່ວງລະດູໜາວ ສາມາດເຮັດໄດ້ດັ່ງຕໍ່ໄປນີ້: 


– ກະກຽມເສື້ອຜ້າ ແລະ ຜ້າຫົມກັນໜາວໃຫ້ພຽງພໍ ກັບສະມາຊິກ ໃນຄົວເຮືອນ
– ນຸ່ງເຄື່ອງໃຫ້ພຽງພໍ ແລະ ອົບອຸ່ນຢູ່ສະເໜີ ແລະ ດື່ມນໍ້າດື່ມອຸ່ນໆ
– ຮັກສາຄວາມອົບອຸ່ນໃຫ້ກັບຮ່າງກາຍ ດ້ວຍການອອກກໍາລັງກາຍ ຢ່າງໜ້ອຍ ມື້ລະ 15-30 ນາທິ, 3-4 ມື້ ຕໍ່ອາທິດ
– ຮັກສາຄວາມສະອາດ ຮ່າງກາຍ ແລະ ຊັກເຄື່ອງນຸ່ງຫົ່ມໃຫ້ເປັນປົກກະຕິ
– ທາໂລຊັນ ຮັກສາຜິວ ເພື່ອບໍ່ໃຫ້ຜິວແຫ້ງຈົນເກີນໄປ
– ເລືອກຮັບປະທານອາຫານ ທີ່ເປັນປະໂຫຍດໃຫ້ກັບຮ່າງກາຍ ແລະ ໃຫ້ພະລັງງານ ເຊັ່ນ ເນື້ອສັດ ໄຂ່ ແລະ ໝາກໄມ້
– ກະກຽມຢາຮັກສາໂລກ ທີ່ຈໍາເປັນ


ເນື່ອງຈາກໃນຊ່ວງອາກາດໜາວ ສະພາບອາກາດຈະແຫ້ງ ແລະ ມີລົມພັດແຮງ ຈຶ່ງ

ອາດກໍ່ໃຫ້ເກີດຄວາມສ່ຽງຫຼາຍຢ່າງຕາມມາ. ດັ່ງນັ້ນ ພວກເຮົາ ຕ້ອງເພີ່ມຄວາມ

ລະມັດລະວັງ ດັ່ງຕໍ່ໄປນີ້:

ດັບທູບທຽນ ໃຫ້ຮຽບຮ້ອຍ ພາຍຫຼັງບູຊາພະ ແລ້ວ


ປິດຟືນ ປິດໄຟ ເມື່ອບໍ່ໃຊ້ແລ້ວ


ບໍ່ຄວນຈູດຂີ້ເຫຍື້ອ ແລະ ຫຍ້າແຫ້ງ ໂດຍບໍ່ມີການເຝົ້າ


ບໍ່ຄວນນອນໃນລົດ ແລະ ຕິດຈັກລົດໄວ້ ເພາະອາດຈະກໍ່ໃຫ້ເກີດ ການຂາດອາກາດຫາຍໃຈ

ບໍ່ຄວນກໍ່ໄຟ ເພື່ອໃຫ້ຄວາມອົບອຸ່ນ ໃນເຂດທີ່ອາກາດ ບໍ່ໂລ່ງ ເພາະ ອາດເກີດການ

ປ່ອຍອາຍກ໊າກໂບນິກ ແລະ ຂາດອາກາດຫາຍໃຈໄດ້


Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles