24 C
Vientiane
Sunday, October 20, 2024

ວັງເຍົາວະຊົນ ກໍາລັງຈະກັບຄືນມາ !





ຂປລ. ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ຈັດພິທີວາງສີລາເລີກ ໂຄງການກໍ່ສ້າງວັງເຍົາວະຊົນ ແລະ ຫໍມູນເຊື້ອຊາວໜຸ່ມ ໃນວັນທີ 11 ມັງກອນນີ້, ຢູ່ບ້ານດົງໝາກຄາຍ ເມືອງໄຊທານີ ນະຄອນຫລວງວຽງຈັນ ໂດຍແມ່ນທຶນຈາກລັດຖະບານລາວໃນມູນຄ່າທັງໝົດ101 ຕື້ກີບ , ຄາດວ່າຈະສຳເລັດ 100% ໃນ ປີ 2018.

ໂຄງການກໍ່ສ້າງດັ່ງກ່າວ, ມີເນື້ອທີ່ກວ້າງ 4 ເຮັກຕາກວ່າ, ໂດຍບໍລິສັດສຸກປະເສີດ ອອກແບບກໍ່ສ້າງເຄຫາ ຂົວ-ທາງ ແລະ ຊົນລະປະທານ ເປັນຜູ້ຮັບເໝົາກໍ່ສ້າງ, ເຊິ່ງມີໜ້າວຽກ ຕົ້ນຕໍ ຄື: ສ້າງຫໍມູນເຊື້ອ 3 ຊັ້ນ 1 ຫລັງ, ເຮືອນຮັບແຂກ 2 ຊັ້ນ 1 ຫລັງ, ເດີ່ນກິລາໃນຫົ່ມ, ລານສະເກັດ, ຮ້ານອາຫານ, ຫ້ອງນ້ຳສາທາລະນະ ແລະ ສິ່ງອຳນວຍຄວາມສະດວກອື່ນໆ ອີກ ພ້ອມຈະປະດິດສະຖານຮູບປັ້ນຫລໍ່ ປະທານໄກສອນ ພົມວິຫານ, ສະລອຍນ້ຳ, ເດີ່ນເຕະບານຫຍ້າທຽມ ແລະ ເຄື່ອງຫລີ້ນສຳລັບເຍົາວະຊົນຈຳນວນໜຶ່ງ. 

ໂຄງການກໍ່ສ້າງດັ່ງກ່າວ ມີຄວາມໝາຍຄວາມສຳຄັນ ຕໍ່ວຽກງານການພັດທະ ນາຊາວໜຸ່ມ-ເຍົາວະຊົນ ເຊິ່ງມີເປົ້າໝາຍ ສ້າງເປັນສະຖານທີ່ວາງສະແດງມູນເຊື້ອ ຂອງຊາວໜຸ່ມລາວ ທີ່ໄດ້ປະກອບສວນເຂົ້າໃນຂະບວນການຕໍ່ສູ້ກູ້ຊາດໃນໄສໄໝກ່ອນ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນປະຈຸບັນເພື່ອເປັນບ່ອນສຶກສາອົບຮົມ ແລະ ຝຶກຝົນຫລໍ່ຫລອມ ຊາວໜຸ່ມ-ເຍົາວະຊົນ ແລະ ອະນຸຊົນ ໄດ້ຮຽນຮູ້ດ້ານຕ່າງໆ./.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles