30 C
Vientiane
Sunday, October 20, 2024

ກັບມາແລ້ວ ໂຄງການ Diversity Voyage 2016 ເຊີນນັກສຶກສາລາວ ສະມັກດ່ວນ !!!






















ໂຄງການ GiFT ຮ່ວມກັບ Green Discovery Laos ແລະ ສະຖານີວິທະຍຸ ຊາວໜຸ່ມລາວ ສິນໄຊຍຸກໃໝ່, FM 90.0 Mhz ຂໍຖືເປັນກຽດຮຽນເຊີີນບັນດານັກຮຽນ ນັກສຶກສາ ທີ່ກໍາລັງສຶກສາ ຢູ່ໃນ ວິທະຍາໄລ ແລະ ມະຫາວິທະຍາໄລ ໃນທົ່ວປະເທດ  ສະມັກເຂົ້າຮ່ວມໂຄງການ Diversity Voyage ຮ່ວມກັບບັນດານັກສຶກສາ ຈາກມະຫາວິທະຍາໄລ ໂຕໂຢ ປະເທດຢີ່ປຸ່່ນ ຢູ່ນະຄອນຫຼວງວຽງຈັນ. 


ເງື່ອນໄຂການສະມັກ:
– ເປັນຄົນລາວ, ມີອາຍຸໃນຊ່ວງ 18-24 ປີ
– ກໍາລັງຮຽນ ຢູ່ວິທະຍາໄລ ຫຼື ມະຫາວິທະຍາໄລ ໃນທົ່ວປະເທດ
– ມີຄວາມສົນໃຈ ໃນ ວັດທະນາທໍາ ຂອງປະເທດຢີ່ປຸ່ນ
– ມີມະນຸດສໍາພັນດີ, ກ້າສະແດງອອກ, ແລະ ເປັນທູດວັດທະນາທໍາທີ່ດີ
– ມີຄວາມສົນໃຈ ໃນການສົນທະນາແລກປ່ຽນຄວາມຄິດເຫັນ ກ່ຽວກັບ ວິຖີຊີີວິດ ແນວທາງການທ່ອງທ່ຽວແບບອະນຸລັກ ແລະ ການພັດທະນາແບບຢືນຢົງ ໃນ ສປປ ລາວ. 
– ສາມາດ ສື່ສານ ພາສາອັງກິດ ໄດ້ໃນລະດັບດີ
   (ຖ້າສາມາດສື່ສານ ພາສາຢີ່ປຸ່ນໄດ້ ຈະໄດ້ຮັບການພິຈາລະນາ ເປັນພິເສດ)
– ສາມາດ ເຂົ້າມາຮ່ວມສໍາພາດຢູ່ນະຄອນຫຼວງວຽງຈັນໄດ້ (ຈະແຈ້ງໃຫ້ຊາບ ຕາມພາຍຫຼັງ)
– ສາມາດ ເຂົ້າຮ່ວມກິດຈະກໍາໄດ້ ໃນຊ່ວງວັນທີ່ 20-25/2/2016


ໝາຍເຫດ: 
1) ຄ່າໃຊ້ຈ່າຍໃນຊ່ວງເຮັດກິດຈະກໍາ ແມ່ນທາງຢີ່ປຸ່ນ ຈະເປັນຜູ້ຮັບຜິດຊອບທັງໝົດ.
2) ນັກຮຽນທີ່ມາຈາກຕ່າງແຂວງ ພວກເຮົາ ຈະບໍ່ສາມາດ ຈ່າຍຄ່າເດີນທາງ ຄ່າພັກເຊົ່າຕ່າງໆໃຫ້ໄດ້ ໃນຊ່ວງ ເຂົ້າມາຮ່ວມສອບເສັງ ແລະ ເຮັດກິດຈະກໍາ ຢູ່ນະຄອນຫຼວງວຽງຈັນໄດ້. 


ການສະມັກ ແມ່ນແນະນໍາໃຫ້ ສະມັກທາງອອນລາຍໄດ້ທີ່ລິ້ງນີ້: http://bit.ly/dv-vientiane

ຖ້າສະມັກອອນລາຍບໍ່ໄດ້ (ແທ້ໆ) ທ່ານຈຶ່ງສາມາດດາວໂຫລດແບບຟອມໄດ້ ທີ່ນີ້ ຕື່ມລາຍລະອຽດແລ້ວສ່ົງກັບມາທາງອີເມລ: [email protected]

ປິດຮັບສະມັກ: ວັນທີ 29/1/2016



ຕົວຢ່າງວິດີໂອ ກິດຈະກໍາ ຂອງການເຂົ້າຮ່ວມ ໂຄງການ Diversity Voyage ຄັ້ງທີ່ 1 ທີ່ ນະຄອນຫຼວງວຽງຈັນ.





ຂ່າວກ່ຽວກັບ Diversity Voyage Program ທາງໂທລະພາບແຫ່ງຊາດ, ຂ່າວພາກພາສາອັງກິດ



ສະຫຼຸບເປັນ ວິດີໂອ ບັນຍາກາດ ການເຂົ້າຮ່ວມໂຄງການທັງໝົດ 



ສອບຖາມຂໍ້ມູນເພີ່ມຕື່ມ: [email protected]

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles