27 C
Vientiane
Friday, October 18, 2024

ຈະມີຊ້າງ 67 ເຊື້ອກ ເຂົ້າຮ່ວມງານບຸນມະໂຫລານ ຊ້າງປີ 2016 ນີ້ !

ກ່ອນໜ້ານີ້ມີຂ່າວເປົ່າປິວວ່າ: ມະຫະກຳບຸນຊ້າງຄັ້ງທີ 10 ປະຈໍາປີ 2016 ອາດຍ້າຍໄປຈັດໃນແຂວງອື່ນໆແທນ.

ຫລ້າສຸດອໍານາດການປົກຄອງທ້ອງຖິ່ນໄດ້ຢືນຢັນວ່າ: ມະຫະກຳບຸນຊ້າງປະຈຳປີ 2016 ຈະຈັດຂຶ້ນໃນລະຫວ່າງ19-21 ກຸມພາ ຢູ່ແຂວງໄຊຍະບູລີອີກ ໂດຍຈະຈັດໃຫ້ມີຫລາກຫລາຍກິດຈະກຳ ອັນພິເສດແມ່ນຈະມີຊ້າງ 67 ເຊືອກເຂົ້າຮ່ວມສະ¬ແດງສ້າງສີສັນເພີ່ມຄວາມມ່ວນ¬ຊື່ນແກ່ແຂກກໍຄືບັນດານັກທ່ອງທ່ຽວທີ່ເຂົ້າຮ່ວມຕະຫລອດງານ.

ໃນກິດຈະກໍາຄັ້ງນີ້ຈະປະກອບມີ ຂະບວນແຫ່ຊ້າງປະກວດຊ້າງງາມ,ບາສີ ສູ່ຂວັນຊ້າງ, ສະແດງຊ້າງອາບນ້ຳ, ສະແດງຊ້າງຄຳຮູ້, ສາທິດໃຊ້ງານຊ້າງ, ບໍລິການຂີ່ຊ້າງ ແລະ ຂີ່ຊ້າງອ້ອມເມືອງ, ນອກຈາກກິດຈະກຳຂອງຊ້າງແລ້ວ ຍັງມີການສະແດງຂາຍສິນ¬ຄ້າຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດເຊັ່ນ: ຈາກ ສສ ຫວຽດນາມ, ສປ ຈິນ ແລະ ລາຊະອານາຈັກໄທ, ບັນດາເມືອງພາຍໃນແຂວງຕື່ມອີກ.

ຊ້າງຖືວ່າເປັນສັດແສນຮູ້ບອກນອນສອນງ່າຍ ແລະ ເຂົ້າໃຈພາສາມະນຸດໄດ້ໄວ ໃນອະດີດຜ່ານມາຫລາຍ 100 ຮ້ອຍປີ, ມະນຸດມັກເອົາຊ້າງເປັນກໍາລັງສໍາຄັນໃນການຂົ່ນສົ່ງສິນ, ລາກແກ່ໄມ້ຖ່ອນ ລວມເຖິງການເຂົ້າຮ່ວມຮົບຕົບຕີກັນໃນສະໝໍລະພູມສົງຄາມ ແຕ່ເວລາປ່ຽນໄປຈາກຍຸກອະດີດ ຫາປັດຈຸບັນພົບວ່າມະນຸດໄດ້ບຸກລຸກ ແລະ ນາບຄູ່ປະຊາກອນຊ້າງຫລາຍທີ່ສຸດດ້ວຍການຂ້າເອົາງາຊ້າງ ແລະ ໜັງຊ້າງມາປະດັບເອ້, ສ້າງເປັນສິນຄ້າ ແລະ ເຮັດຂອງຂັງ (ເຄື່ອງມົງຄຸນ) ສະນັ້ນເຮັດໃຫ້ປະຊາກອນຫລຸດໜ້ອຍຖອຍລົງຢ່າງຕໍ່ເນື່ອງ ຖ້າພວກເຮົາບໍ່ຮູ້ຮັກສາ ແລະ ບໍ່ຮູ້ອະນຸລັກຈະເຮັດໃຫ້ປະຊາກອນຊ້າງສູນພັນໄປໂດຍບັນຍາຍ. ການຈັດບຸນຊ້າງໃນແຕ່ລະປີນັ້ນໝາຍວ່າເປັນສ່ວນໜຶ່ງໃນການອະນຸລັກຮັກສາຊ້າໃຫ້ມີຄວາມຍືນຍົງໄວ້ໃຫ້ລູກຫລາຍໄດ້ເຫັນວ່າໂຕຊ້າງເປັນແນວໃດ.


ການຈັດບຸນຊ້າງໄດ້ເລີ່ມແຕ່ປີ 2007 ເປັນຕົ້ນມາ ແລະ ສືບຕໍ່ມາເຖິງປັດຈຸບັນ.



KPL

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles