33 C
Vientiane
Friday, October 18, 2024

ລາຍການ ບົດບາດຍິງຊາຍ

ລາຍການ ບົດບາດຍິງຊາຍ
ບົດບາດຍິງຊາຍ ແມ່ນກໍາລັງເປັນຫົວຂໍ້ ທີ່ໄດ້ຮັບການເວົ້າເຖິງຫຼາຍ ຢູ່ເວທີ ທັງໃນ ແລະ ຕ່າງປະເທດ. ແຕ່ຍັງມີອີກຫຼາຍ ຄົນ ທີ່ຍັງບໍ່ທັນມີຄວາມເຂົ້າໃຈ ຢ່າງເລິກເຊິງ ກ່ຽວກັບບົດບາດຍິງຊາຍ ຫຼື ສິດທິ ຫຼື ຄວາມສະເໝີພາບ ທີ່ຍິງ ຫຼື ຊາຍ ຄວນຈະໄດ້ຮັບ ໃນການດໍາລົງຊີວິດໃນສັງຄົມ. ລາຍການບົດບາດຍິງຊາຍ ເປັນລາຍການ ທີ່ສ່ອງແສງເຖິງ ບົດບາດ ແລະ ປະກົດການຫຍໍ້ທໍ້ ທີ່ເກີດຂຶ້ນໃນສັງຄົມ ໃນຂະໜະ ທີ່ມີບັນດາ ບົດເພງມ່ວນໆ ມາເປີດສະຫຼັບລາຍການ ເພື່ອໃຫ້ຜູ້ຟັງໄດ້ທັງຄວາມຮູ້ ແລະ ຄວາມສຸກ ຂອງການຟັງວິທະຍຸ.

ລາຍການ ບົດບາດຍິງຊາຍ ດໍາເນີນລາຍການໂດຍ ໂຄສົກສຽງດີ ມີມີ່ ສຸຈິດຕາ ແລະ ໂຄສົກ ໂອເລ, ເວລາ 10:00-11:00 ທຸກໆວັນ ເສົາ ແລະ ວັນອາທິດ, ທາງສະຖານີວິທະຍຸກະຈາຍສຽງ ຊາວໜຸ່ມລາວ ສິນໄຊຍຸກໃໝ່, FM 90.0 Mhz

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles