33 C
Vientiane
Friday, October 18, 2024

ຮ້ານຂາຍກາເຟ ຂອງຊາວຕ່າງດ້າວເປັນຈໍານວນຫລາຍ ມີການແອບແຝງຄ້າປະເວນີ​ !

ຄະນະກຳມະການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານວັດທະນະທຳ-ສັງຄົມເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ, ໄດ້ແກ້ໄຂຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມຢູ່ 11 ບ້ານເປົ້າໝາຍຂອງເມືອງຕົນ, ໂດຍສະເພາະແມ່ນບັນດາຮ້ານອາຫານ ແລະ ສະຖານທີ່ບັນເທີງຕ່າງໆທີ່ເປີດໃຫ້ບໍລິການຜິດລະບຽບເຊັ່ນ: ເປີດໃຫ້ບໍລິການ
ກາຍໂມງເວລາທີ່ກຳນົດໄວ້, ປະປ່ອຍໃຫ້ເດັກນ້ອຍອາຍຸບໍ່ເຖິງກະສຽນເຂົ້າໃຊ້ບໍລິການ, ເປີດສຽງເພງດັງເນືອງນັນລົບກວນສັງຄົມ, ມີລັກສະນະເປັນແຫລ່ງມົ້ວສຸມສິ່ງເສບຕິດ, ໂສເພນີ ແລະ ມົ້ວສຸມອະບາຍຍະມຸກຕ່າງໆ, ທັງນີ້ກໍ່ເພື່ອເປັນການສ້າງຂະບວນການຕ້ອນຮັບກອງປະຊຸມອົງຄະນະພັກນະຄອນຫຼວງວຽງຈັນຄັ້ງທີ VI ແລະ ວັນຊາດທີ່ 2 ທັນວາຄົບຮອບ 40 ປີໃຫ້ມີຄວາມເປັນລະບຽບຮຽບຮ້ອຍຮັບປະກັນໄດ້ຄວາມສະຫງົບ ແລະ ມີບັນຍາກາດຟົດຟື້ນ ຂະນະດຽວກັນກໍ່ເພື່ອເປັນການຕັກເຕືອນສຶກສາອົບຮົມໃຫ້ບັນດາ
ຫົວໜ່ວຍທຸລະກິດດ້ານນີ້ມີສະຕິ ແລະ ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບກົດໝາຍທີ່ກໍານົດໄວ້ເປັນຕົ້ນການໃຫ້ບໍລິການດ້ວຍຄວາມສັດຊື່ ຍິ້ມແຍ້ມແຈ່ມໃສ, ຕ້ອນຮັບແຂກ, ນັກທ່ອງທ່ຽວດ້ວຍມີໄມຕີຈິດ, ສຸພາບຮຽບຮ້ອຍຮັກສາໄດ້ຮິດຄອງປະເພນີອັນ ດີງາມ ຂອງ ຊາດ ແລະ ປະກອບສ່ວນເສຍພັນທະເຂົ້າງົບປະມານຂອງລັດໃຫ້ທັນເວລາ.

ຄະນະກໍາມະການດັ່ງກ່າວໃຫ້ຮູ້ວ່າ: ສຳລັບບ້ານເປົາໝາຍແກ້ໄຂຄັ້ງນີ້ປະກອບມີ: ບ້ານຫ້ວຍຫົງ, ຫັດສະດີ, ໜອງທາເໜືອ, ສະຫວ່າງ, ວັດຈັນ, ຫາຍໂສກ, ສີບຸນເຮືອງ, ຮ່ອງໄກ່ແກ້ວ, ໂພນຕ້ອງສະຫວາດ, ໂພນຕ້ອງຈອມມະນີ ແລະ ຮ່ອງແຊງ ແລະ ສະເພາະບ້ານຮ່ອງໄກ່ແກ້ວ ໂພນຕ້ອງຈອມມະນີເຫັນວ່າມີຮ້ານຂາຍກາເຟຂອງຊາວຕ່າງດ້າວເປັນຈໍານວນຫລາຍທີ່ມີການແອບແຝງຄ້າປະເວນີ ເຊິ່ງຈະ ຕ້ອງ ໄດ້ ຮີບ ຮ້ອນ ແກ້ ໄຂ.
ລາວພັດທະນາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles