26 C
Vientiane
Saturday, October 19, 2024

10 ແບຣນມູນຄ່າສູງສຸດໃນໂລກ ຈາກການຈັດອັນດັບຂອງ Best Global Brands

ອັນດັບ 1. ແອບເປີ້ນ ມູນຄ່າ
118,863 ລ້ານດອນລາລ໌
ແອບເປີ້ນຄອງແຊມແບຣນທີ່ມີຄ່າຫລາຍທີ່ສຸດໃນໂລກ ເຊີ່ງການເປີດຕົວ
Apple Play, ແອບເປີ້ນວອດຊ໌, ໄອໂຟນໃໝ່ 2 ລຸ້ນ
ແລະຊອບແວລ໌ຢ່າງ
CarPlay
ກັບ HomeKit ເມື່ອໄວໆນີ້
ຍິ່ງເຮັດໃຫ້ແບຣນດ໌ແອບເປີ້ນມີມູນຄ່າເພີ່ມຂຶ້ນເຖິງ
21% ເມື່ອທຽບກັບປີກ່ອນ

ອັນດັບ 2. ກູເກີນ ມູນຄ່າ
107,439 ລ້ານດອນລາລ໌
ກູເກີນລັ້ງອັນດັບສອງ ດ້ວຍແບຣນທີ່ມີມູນຄ່າຫລາຍກວ່າ
100,000 ລ້ານດອນລາລ໌
ນັບວ່າເພີ່ມຂຶ້ນເຖິງ
15%

ອັນດັບ 3. ໂຄຄາ-ໂຄລາ ມູນຄ່າ
81,563 ລ້ານດອນລາລ໌
ມູນຄ່າແບຣນຂອງໂຄຄາ-ໂຄລາເພີ່ມຂຶ້ນ
3% ຈົນຍັບຂຶ້ນມາຢູ່ອັນດັບ 3

ອັນດັບ 4. ໄອບີເອັມ ມູນຄ່າ
72,244 ລ້ານດອນລາລ໌
ແບຣນທີ່ລັ້ງອັນດັບ
4
ຄືໄອບີເອັມ
ເຊີ່ງຜະລິດແລະຈຳໜ່າຍຮາດແວລ໌ລວມເຖິງຊອບແວລ໌ຄອມພິວເຕີ ທັງຍັງມີບໍລິການໂຄງສ້າງພື້ນຖານ
ຄອມພິວເຕີແມ່ຂ່າຍ ແລະບໍລິການໃຫ້ຄຳປຶກສາຫລາກຫລາຍດ້ານ
ຕັ້ງແຕ່ເມນເຟຣມຄອມພິວເຕີໄປຈົນເຖິງນາໂນເທກໂນໂລຍີ

ອັນດັບ 5. ໄມໂຄຊອບ ມູນຄ່າ
61,154 ລ້ານດອນລາລ໌
ໄມໂຄຊອບຮັກສາຕຳແໜ່ງໃນລຳດັບທີ່
5 ໄວ້ໄດ້ຢ່າງໜຽວແໜ້ນ ດ້ວຍມູນຄ່າທີ່ເພີ່ມຂຶ້ນ 3%

ອັນດັບ 6. ເຈເນີລັນ
ອິນ້ອຍຊິກ
ມູນຄ່າ 45,480 ລ້ານດອນລາລ໌ ບໍລິສັດເຈເນີລັນ ອິນ້ອຍຊິກ
ເຮັດທຸລະກິດຫລາກຫລາຍສາຂາ ຕັ້ງແຕ່ພະລັງງານ ໂຄງສ້າງພື້ນຖານຂອງເທກໂນໂລຍີ
ໃຫ້ບໍລິການສິນເຊື່ອ ສິນຄ້າອຸປະໂພກ ແລະສິນຄ້າໃນພາກອຸດສາຫະກຳ

ອັນດັບ 7. ຊຳຊຸງ ມູນຄ່າ
45,462 ລ້ານດອນລາລ໌
ດ້ວຍສິນຄ້າອຸບປະໂພກບໍລິໂພກທີ່ຫລາກຫລາຍ ບໍ່ວ່າຈະເປັນໂທລະທັດ ສະມາດໂຟນ
ເຄື່ອງໃຊ້ໃນເຮືອນ ໂນດບຸກ ກ້ອງ ແລະອື່ນໆ ອີກຫລວງຫລາຍ ເຮັດໃຫ້ຊຳຊຸງຢູ່ອັນດັບທີ່
7 ດ້ວຍມູນຄ່າທີ່ເພີມຂຶ້ນ
15%

ອັນດັບ 8. ໂຕໂຍຕ້າ ມູນຄ່າ
42,392 ລ້ານດອນລາລ໌
ໂຕໂຍຕ້າເປັນແບຣນລົດທີ່ມີມູນຄ່າສູງສຸດໃນການຈັດອັນດັບເທື່ອນີ້
ແລະມີມູນຄ່າເພີ່ມຂຶ້ນຈາກປີກ່ອນ
20%

ອັນດັບ 9. ແມກໂດນັດ ມູນຄ່າ
42,254 ລ້ານດອນລາລ໌
ແບຣນດ໌ທີ່ລັ້ງອັນດັບ
9
ຄືແມກໂດນັດ
ເຊີ່ງເປັນຮ້ານອາຫານຟາດຟູດປະເພດແຮມເບີເກີທີ່ມີສາຂາຫລາຍທີ່ສຸດ
ໃຫ້ບໍລິການລູກຄ້າປະມານມື້ລະ
68 ລ້ານຄົນ ໃນ 119 ປະເທດ



ອັນດັບ 10. ເມີລ໌ເຊເດດ-ເບນຊ໌ ມູນຄ່າ
34,338 ລ້ານດອນລາລ໌
ເມີລ໌ເຊເດດ-ເບນຊ໌ ເປັນຜູ້ຜະລິດລົດຍົນສັນຊາດເຍີລະມັນ
ສາມາດຮັກສາຊື່ສຽງໄວ້ໄດ້ຢ່າງດີໃນເລື່ອງຄຸນນະພາບແລະຄວາມທົນທານ
ມູນຄ່າຂອງເມີລ໌ເຊເດດ-ເບນຊ໌ປ່ຽນແປງໄປ
8% ເຮັດໃຫ້ຢູ່ລຳດັບ 10


Related Articles

  1. ຢາກໃຫ້ບອກທີ່ມາ, ໃສ່ໂລໂກ້ ແລະຕິດລີ້ງເວັບ ເຈົ້າຂອງບົດນຳເດີ ຂອບໃຈຫຼາຍໆ

    ຕົວຢ່າງ: http://www.lak.la/news/%E0%BB%80%E0%BA%81%E0%BA%B5%E0%BA%94%E0%BB%80%E0%BA%AB%E0%BA%94%E0%BB%80%E0%BA%AE%E0%BA%B7%E0%BA%AD%E0%BA%9A%E0%BA%B4%E0%BA%99%E0%BA%95%E0%BA%BB%E0%BA%81%E0%BA%97%E0%BA%B5%E0%BB%88%E0%BA%A2%E0%BA%B5%E0%BB%88%E0%BA%9B%E0%BA%B8%E0%BB%88%E0%BA%99-vn-1354-171.html

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles