27 C
Vientiane
Friday, October 18, 2024

ລາວຈະເປັນ ເຈົ້າພາບຈັດການແຂ່ງຂັນ U16 ຊິງແຊມ ເອ​ເຊຍ (AFC) ​2016 !

  ທັບ​ນັກ​ກິລາ​ບານ​ເຕະ​ທີ​ມຊາດ​ລາວ​ເຍົາວະ​ຊົນ​ຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ ຖືກ​ຈັບ​ຢູ່​ກຸ່ມ ຈີ ຮ່ວມ​ກັບ​ທີ​ມຊາດມາ​ເລ​ເຊຍ,ຟີ​ລິບ​ປິນ, ນອດ​ເທີນ ມາ​ເຣຍນາ ​ແລະ ທີ​ມຊາດຕີ​ມໍ ​ເລ​ສ​ເຕ ​ໃນ​ການ​ແຂ່ງຂັນ​ເຕະບານຮຸ່ນ​ອາຍຸ​ບໍ່​ເກີນ 16 ປີ ຊີງ​ແຊ໋ມ​ເອ​ເຊຍ (​ເອ​ເອັຟຊີ) 2016 ຮອບ​ຄັດ​ເລືອກ ທີ່ ສປປລາວ ​ເປັນ​ເຈົ້າພາບ ລະຫວ່າງ​ວັນ​ທີ 2-20 ຕຸລາ ຈະ​ເຖິງ​ນີ້.
      ອີງ​ຕາມ​ຂໍ້​ມູນ​ຈາກ​ເວັບ​ໄຊສະຫະພັນ​ບານ​ເຕະ​ເອ​ເຊຍ (​ເອ​ເອັຟຊີ) ລະບຸ​ວ່າ : ການ​ແຂ່ງຂັນ​ເຕະບານ ​ເຍົາວະ​ຊົນຮຸ່ນ​ອາຍຸ​ບໍ່​ເກີນ16 ປີ ຊີງ​ແຊ໋ມ​ເອ​ເຊຍ 2016 ຮອບ​ຄັດ​ເລືອກ ​ໄດ້​ມີ​ການ​ຈັບ​ສະຫຼາກ​ແບ່ງ​ກຸ່ມ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ​ໂດຍ​ມີ​ທີ​ມ​ເຂົ້າ​ຮ່ວມ​ທັງ​ໝົດ 45 ທີ​ມ ​ແບ່ງ​ອອກ​ເປັນ 11 ກຸ່ມ ​ເຊິ່ງທີ​ມຊາດ​ລາວຈະ​ໄດ້​ຮັບ​ກຽດ​ເປັນ​ເຈົ້າພາບ ຈັດການ​ແຂ່ງຂັນ​ຮອບ​ຄັດ​ເລືອກກຸ່ມ ຈີ ລະຫວ່າງ​ວັນ​ທີ2 – 20 ຕຸລາ 2015 ທີ່​ປະກອບ​ມີ ລາວ “ເຈົ້າພາບ”, ຮ່ວມ​ກັບ ທີ​ມຊາດມາ​ເລ​ເຊຍ, ຟີ​ລິບ​ປິນ,ນອດ​ເທີນ ມາ​ເຣຍນາ ​ແລະ ທີ​ມຊາດຕີ​ມໍ ​ເລ​ສ​ເຕ.
      ສຳລັບ ຕາຕະລາງ​ແຂ່ງຂັນ​ຂອງ​ທີ​ມຊາດ​ລາວ ນັດ​ທຳ​ອິດ​ໃນ​ວັນ​ທີ 12 ຕຸລາ 2015 ​ເວລາ 19:00 ​ໂມງ ພົບ​ກັບ ທີ​ມຊາດ​ຟີ​ລິບ​ປິນ, ນັດ​ທີ 2 ​ໃນ​ວັນ​ທີ14 ຕຸລາ 2015 ​ເວລາ 19:00 ​ໂມງ ພົບ​ກັບ ທີ​ມຊາດ ມາ​ເຣນນາ, ນັດ​ທີ 3 ​ໃນ​ວັນ​ທີ 18 ຕຸລາ2015 ​ເວລາ 19:00 ​ໂມງ ພົບ​ກັບ ທີ​ມຕີ​ມໍ ​ເລ​ສ​ເຕ ​ແລະ ນັດ​ສຸດ​ທ້າຍ ​ໃນ​ວັນ​ທີ20 ຕຸລາ 2015 ​ເວລາ 19:00 ​ໂມງ ພົບ​ກັບ ທີ​ມຊາດ​ມາ​ເລ​ເຊຍ. ສ່ວນ​ສະໜາມ​ແຂ່ງຂັນ​ຍັງ​ບໍ່​ທັນ​ລະບຸ​ໄວ້​ຢ່າງ​ຊັດ​ເຈນ​ວ່າ​ຈະ​ໃຊ້​ສະໜາມ​ໃດ​ໃນ​ນະຄອນຫຼວງ​ວຽງ​ຈັນຂ​ອງ ສປປ ລາວ.
      ສ່ວນ ຜົນງານຫຼ້າສຸດຂອງທີມຊາດລາວຮຸ່ນອາຍຸບໍ່ເກີນ 16 ປີ ​ໃນ​ປີ 2013 ທີ່​ສປປ ລາວ ​ເປັນ​ເຈົ້າພາບ  ​ແມ່ນ​ຕົກ​ຮອບ​ແບ່ງ​ກຸ່ມ ​ເຮັສ ຈົບອັນດັບ 3 ຫຼັງ​ຈາກ​ທີ່ສາມາດສະ​ເໝີມາ​ເລ​ເຊຍ 1-1 ປະຕູ, ຊະນະ ​ເກາະກວມ 9-0 ປະຕູ, ຊະນະ ບຣູ​ໄນ 3-0 ​ແລະ ​ເສຍ ສ​ເກົາຫຼີ 4-1 ປະຕູ.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles