22.8 C
Vientiane
Friday, October 18, 2024

ສະຖານີວິທະຍຸ ຊາວໜຸ່ມລາວ ເລີ່ມອອກອາກາດແລ້ວ





ສະຖານີ​ວິທະຍຸ ຊາວໜຸ່ມ​ລາວ ສິນ​ໄຊ​ຍຸກ​ໃໝ່ ​ໄດ້ເລີ່​ມການ​ກໍ່ສ້າງ​ ມາແຕ່​ວັນ​ທີ 7 ​ເມສາ 2015 ​ແລະ ໄດ້ສຳເລັດການກໍ່ສ້າງ ພ້ອມອອກອາກາດຢ່າງເປັນທາງການແລ້ວ ໃນວັນທີ 17 ກໍລະກົດ 2015 ນີ້, ​ໂດຍມີ​ພິທີ​ເປີດ​ສະ ຖາ​ນີວິທະຍຸ​ດັ່ງກ່າວຢ່າງ​ເປັນ​ທາງ​ການ ​ໂດຍ​ມີທ່ານ ດຣ ວິ​ໄລ​ວົງ ບຸດ​ດາ​ຄຳ ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ພ້ອມ​ດ້ວຍ​ພະນັກງານ ​ແລະ ພາ​ກ່າວ​ນກ່ຽວຂ້ອງ​ເຂົ້າຮ່ວມ. ສະຖານີວິທະຍຸຊາວໜຸ່ມລາວ ສິນໄຊຍຸກໃໝ່ ປະກອບມີຫ້ອງ​ຈັດ​ລາຍການ​ສົດ, ຫ້ອງ​ອັດ​ລາຍການ, ຫ້ອງ​ບໍລິຫານ ​ແລະ ການ​ກໍ່ສ້າງ​ຕາ​ຂ່າຍ​ສົ່ງສັນຍານ ​ໃນ​ລະບົບ​ FM 90.0 ​Mhz, ເສົາອັງແຕນ ສົ່ງສັນຍານ ມີຄວາມສູງລວມ 50 ​ແມັດ. 



ສະຖານີ​ດັ່ງກ່າວມີ​ທີ່​ຕັ້ງຢູ່ສຳນັກງານ​ສູນ​ກາງ ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ບ້ານ​ໂພນ​ທັນ, ​ເມືອງ​ໄຊ​ເສດ​ຖາ ນະຄອນຫລວງ​ວຽງ​ຈັນ ​ໃນ​ປັດຈຸບັນ​ມີ​ລາຍການ​ທີ່​ອອກ​ອາກາດ​ ໃນ​ສະຖານີ​ດັ່ງກ່າວ 16 ລາຍການ ​ເຊິ່ງ​ແຕ່​ລະລາຍ​ການ​ໄດ້​ນຳ​ສະ​ເໜີ​ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ, ການ​ຈັດ​ກິດຈະກຳ​ຕ່າງໆ ​ຂອງ​ອົງການ​ຈັດຕັ້ງຊາວ​ໜຸ່ມ ລວມ​ເຖິງ​ການ​ປະກອບສ່ວນ​ຂອງ​ຊາວ​ໜຸ່ມ​ລາວ ໃນ​ຂະ​ບວນການ​ຕ່າງໆ. ສະຖານີວິທະຍຸກະຈາຍສຽງຊາວໜຸ່ມລາວ ສິນໄຊຍຸກໃໝ່ຈະເປັນເສນາທິການ ໃຫ້ແກ່ຄະນະພັກ, ຄະນະເລຂາທິການສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ, ເປັນບ່ອນສຶກສາອົບຮົມການເມືອງແນວຄິດ, ເປັນບ່ອນປຸກລະດົມຊຸກຍູ້ຂະບວນການຊາວໜຸ່ມ – ເຍົາວະຊົນ, ເປັນບ່ອນສະໜອງຂໍ້ມູນຂ່າວສານ, ສາລະໜ້າຮູ້, ສາລະບັນເທີງ ທັງເປັນເວທີສົ່ງເສີມຄວາມຮູ້, ຄວາມສາມາດ, ຫົວຄິດປະດິດສ້າງ ແລະ ພອນສະຫວັນ ຂອງຊາວໜຸ່ມ-ເຍົາວະຊົນລາວ ບັນດາເຜົ່າ.


ຂປລ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles