22.8 C
Vientiane
Friday, October 18, 2024

ການບິນລາວ ເປີດ ຖ້ຽວບິນໃໝ່ ລາວ – ຈີນ ໃຊ້ ແອບັດ A320 ບິນທ້ານເດືອນ ສິງຫານີ້ !

     ລັດວິສາຫະກິດການບິນລາວ ແລະ ບໍລິສັດ ການບິນສາກົນ ຫູນານຊຽງເຟັງໄດ້ເຊັນສັນຍາຮ່ວມກັນເປີດຖ້ຽວບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ , ເຊິ່ງພິທີໄດ້ມີຂຶ້ນໃນວັນທີ 30 ມິຖຸນານີ້, ຢູ່ນະຄອນຫລວງ ວຽງ ຈັນ ລະຫວ່າງ ທ່ານ ແສງປະເສີດ ມະທຸຈັນ ຮອງຜູ້ອຳນວຍການໃຫຍ່ ການບິນລາວ ແລະ ທ່ານ ຊຸງຊຸຍ ຢາງ ປະທານບໍລິສັດ ການບິນສາກົນ ຫູນານຊຽງເຟັງ.

     ສັນຍາລະບຸວ່າ: ໃນທ້າຍເດືອນສິງຫາ 2015 ລັດວິສາຫະກິດການບິນລາວຈະໄດ້ເປີດຖ້ຽວບິນຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ດ້ວຍເຮືອບິນແອບັດ A320, ເປັນຖ້ຽວບິນປົກກະຕິ, ອາທິດໜຶ່ງ 2 ຖ້ຽວຄື ວັນຈັນ ແລະ ວັນສຸກໂດຍຈະບິນຈາກວຽງຈັນເວລາປະມານ 12:40 ຫາສາງຊາ ສປ ຈີນ 16:15 ນາທີ ຕາມເວລາທ້ອງຖິ່ນ, ນອກຈາກນີ້ ທາງບໍລິສັດການບິນສາກົນຫູນານຊຽງເຟັງ ທີ່ເປັນຄູ່ຮ່ວມສັນຍາຈະອຳນວຍຄວາມສະດວກໃນການພົວພັນ,  ຂໍອະນຸຍາດເຈົ້າໜ້າທີ່ຝ່າຍຈີນ ເພື່ອເປີດເສັ້ນທາງບິນໄດ້ຕາມກຳນົດເວລາ
.
     ທ່ານ ແສງປະເສີດ ມະທຸຈັນ ໃຫ້ຮູ້ວ່າ: ການເປີດເສັ້ນທາງບິນ ຈາກນະຄອນຫຼວງວຽງຈັນ ຫາ ສາງຊາ ສປ ຈີນ ແມ່ນເພື່ອອຳນວຍຄວາມສະດວກແກ່ປະຊາຊົນສອງຊາດ, ໂດຍສະເພາະແມ່ນນະຄອນຫຼວງວຽງຫູນານ ໃຫ້ມີ ການ ໄປມາຫາສູ່ ກັນມີຄວາມສະດວກຍິ່ງຂຶ້ນ.

     ປັດຈຸບັນການຮ່ວມມືເປີດຖ້ຽວບິນລະຫວ່າງສອງປະເທດລາວຈີນ ມີການຂະຫາຍຕົວ ແລະ ໄດ້ມີຖ້ຽວບິນສະເພາະຈາກລາວຈີນ 5 ເສັ້ນທາງຄື: ວຽງຈັນຄຸນໝິງ, ວຽງຈັນກວາງເຈົາ, ວຽງຈັນສາງໂຈ, ຫຼວງພະບາງເສີນຕູ ແລະ ຫຼວງພະບາງຊຽງຮຸ່ງ, 12 ປັນນາ, ຕາມແຜນໃນອານາຄົດ ການບິນລາວ ຍັງຈະໄດ້ຮ່ວມມືກັບ ສປ ຈີນຂະຫຍາຍເສັ້ນທາງບິນຕື່ມອີກຫລາຍ ເສັ້ນທາງ ດ້ວຍ ກັນ.

Source: Phatthana Newspaper

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles