27 C
Vientiane
Friday, October 18, 2024

ນະຄອນຫລວງວຽງຈັນ ຈະຮື້ຖອນ ສາຍໄຟຟ້າ-ເຄເບີ້ນ-ໂທລະສັບ ໃຫ້ເປັນລະບຽບ !

ຂປລນະຄອນຫລວງວຽງຈັນ ຮ່ວມກັບພາກເອກະຊົນ​​ຈະເລີ່ມລົງມືຮື້ຖອນ ​ແລະ ປັບປຸງສາຍໄຟຟ້າສາຍໂທລະສັບ, ​​ສາຍໂທລະພາບເຄເບີ້ນ ທີ່​ຫຍຸ້ງ​ກ້ຽວພັນເສົາໄຟຟ້າ ​ແລະ ຕົ້ນໄມ້ຕາມເສັ້ນທາງຕ່າງໆ​​ ໃນນະ ຄອນຫລວງວຽງຈັນ ໃຫ້ເຂົ້າສູ່ລະບົບພາຍໃນເດືອນນີ້ພາຍຫລັງກອງປະຊຸມປຶກສາຫາລື ​ແລະ ​ແລກປ່ຽນຄວາມຄິດເຫັນ ໄດ້ມີມະຕິຕົກລົງຈັດຕັ້ງປະຕິບັດຢ່າງເປັນທາງການ​ ໃນວັນທີ 19 ພຶດສະພາ​ 2015 ນີ້ ຢູ່ນະຄອນຫລວງວຽງຈັນ.
​      ກອງປະຊຸມໄດ້ເຊີນຄະນະຊີ້ນໍານະຄອນຫລວງວຽງຈັນບັນດາຫົວໜ່ວຍທຸລະກິດຂອງ ໂທລະຄົມມະນາຄົມ, ​​ໂທລະພາບ​ເເບີ້ ​ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ​ ຮ່ວມກັນສົນທະນາ ​ແລະ ​ແລກປ່ຽນບົດຮຽນ​​ເພື່ອຫາທາງອອກໃນການແກ້ໄຂບັນຫາທີ່ເກີດຂຶ້ນ ພ້ອມນີ້ກໍຕ້ອງຮັບຮູ້ ​ແລະ ​ເຂົ້າໃຈເປັນເອກະພາບໃນການລົງມືຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.
ທ່ານ ຄູທອງ ທ່ຽງມະນີ ຫົວໜ້າຂະແໜງບໍລິຫານພະລັງງານ ​ແລະ ສົ່ງ​ເສີມພະລັງງານທົດແທນ ໄດ້ໃຫ້ສໍາພາດ​​ຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ວ່າ: ​ເພື່ອປະຕິບັດ 6 ກຽມໃສ່​ 2 ວັນປະຫວັດສາດ, ​ເປັນປະທານອາຊຽນ ​ແລະ ​ເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ພາຍໃນປີ 2015 ຢູ່ ສປປ ລາວ ນັ້ນພວກເຮົາມີຄວາມຈໍາ​​ເປັນຕ້ອງ​​ໄດ້ປັບປຸງ ​ແລະ ​ແກ້ໄຂສິ່ງບໍ່ຈົບບໍ່ງາມ ​ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍ ໂດຍສະເພາະ ບັນຫາສາຍໄຟຟ້າສາຍໂທລະສັບ ​ແລະ ​ໂທລະພາບເຄເບີ້ນ ທີ່ປະກົດເຫັນຕາມຈຸດຕ່າງໆໃນສະພາບ​ຫຍຸ້ງ​ກ້ຽວພັນ ​ແລະ ຂ້າມທາງຢັ່ງຢ່າຍຊະຊາຍ​ ​ເຊິ່ງກໍໃຫ້ເກີດມີຄວາມສ່ຽງຕໍ່ການເກີດອັກຄີໄຟ ​ແລະ ສ້າງພາບຟົດບໍ່ຈົບບໍ່ງາມ​ ໃຫ້ແຂກທັງພາຍໃນ ​ແລະ ຕ່າງປະເທດ.

            ສະນັ້ນ ພວກເຮົາໄດ້ຕົກ​ລົງ​ເຫັນ​ດີເປັນເອກະພາບວ່າ​: ສາຍໄຟຟ້າຂ້າມທາງຢູ່ຕາມຈຸດຕ່າງໆນັ້ນຕ້ອງໄດ້​​​ມັດໂຮເຂົ້າຈຸດດຽວກັນ ​ແລະ ບໍ່ອະນຸຍາດໃຫ້ບໍລິສັດ ຫລື ນິຕິບຸກໃດໜຶ່ງ ຕັດສິນໃຈ​​ເອົາສາຍໄຟຟ້າຂ້າມທາງຕາມລໍາຟັງໃຈ​ ເພື່ອຮັບປະກັນເຮັດໃຫ້ສະພາບດັ່ງກ່າວໝົດໄປ​.

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles