27 C
Vientiane
Friday, October 18, 2024

ຄົນລາວຕາຍຍ້ອນຢາສູບສະເລ່ຍ 13 ຄົນຕໍ່ມື້ !

ອົງການອະນາໄມໂລກລາຍງານເມື່ອບໍ່ດົນມານີ້ວ່າ: ແຕ່ລະປີມີຄົນເສຍຊີວິດຍ້ອນ ຢາສູບ ເຖິງ 6 ລ້ານຄົນ, ດັ່ງນັ້ນຢາສູບຈຶ່ງເປັນສາເຫດຂອງການຕາຍດ່ຽວ ອັນດັບ ໜຶ່ງຂອງໂລກ ແລະ ຖ້າບໍ່ມີມາດຕະການຄວບຄຸມທີ່ມີປະສິດທິພາບ ແລະ ຈັດຕັ້ງ ປະຕິບັດຢ່າງມີປະສິດທິ ຜົນຈະມີຄົນຕາຍຍ້ອນພະຍາດທີ່ເກີດຈາກຢາສູບເພີ່ມ ເປັນ10 ລ້ານຄົນຕໍ່ປີພາຍໃນປີ 2020, ສຳລັບຢູ່ ສປປ ລາວ ຊ່ຽວຊານອົງການອະ ນາໄມໂລກຄິດໄລວ່າຄົນລາວຕາຍຍ້ອນ ພະຍາດທີ່ເກີດຈາກຢາສູບປີລະປະມານ 4,807 ຄົນ, ສະເລ່ຍ13 ຄົນຕໍ່ມື້, ຊຶ່ງເປັນຕົວເລກທີ່ ໜ້າຕົກໃຈ, ຂະນະທີ່ຜົນຂອງການສຳຫຼວດແຫ່ງຊາດກ່ຽວກັບອັດ ຕາການສູບຢາໃນລາວປີ 2012 ເຫັນວ່າຄົນລາວອາຍຸ 15 ປີຂື້ນໄປປະມານ 3,4 ລ້ານຄົນ, ໃນນັ້ນມີຜູ້ສູບຢາປະມານ1 ລ້ານກວ່າຄົນ, ກວມ 29,4%, ໃນນີ້ຜູ້ຊາຍກວມຫຼາຍກວ່າແມ່ຍິງປະມານ 64,3%, ຊຶ່ງຊົນນະບົດມີອັດຕາການສູບຢາສູງ ກວ່າ 30%, ເຂດຕົວເມືອງ17% ແລະ ອັດຕາການສູບຢາທີ່ສູງ ແມ່ນພົບຢູ່ໃນກຸ່ມຄົນທີມີລາຍຮັບໜ້ອຍ ແລະ ກຸ່ມຄົນທີມີ ການສຶກສາຕ່ຳ, ແນວໃດກໍຕາມໄລຍະຜ່ານມາອົງການອະນາໄມໂລກໄດ້ມີການຮ່ວມມີກັບກະຊວງສາທາລະນະສຸກໃນ ການຕ້ານການສູບຢາດ້ວຍຫຼາຍວິທີເປັນຕົ້ນແມ່ນການຈັດກິດຈະກຳ ແລະ ໂຄສະນາຜົນຮ້າຍຂອງຢາສູບດ້ວຍຫຼາຍຮູບ ການຫຼາຍວິທີ, ພ້ອມນັ້ນກໍໄດ້ວາງມາດຕະການຢ່າງເຂັ້ມງວດຕໍ່ບໍລິສັດຢາສູບ, ເພື່ອເຮັດແນວໃດໃຫ້ອັດຕາການສູບຢາໃນ ສປປລາວຫຼຸດໜ້ອຍຖອຍລົງ, ກໍຄືເຮັດໃຫ້ອັດຕາການຕາຍຈາກພະ ຍາດທີ່ເກີດຈາກຢາສູບຫຼຸດລົງເທື້ອລະກ້າວ.

ອົງການອະນາໄມໂລກໃຫ້ຮູ້ວ່າ: ບັນຫາຢາສູບໄດ້ສົງຜົນກະທົບຫຼາຍຢ່າງຕໍ່ວຽກງານສາທາລະນະສຸກຂອງລາວ, ເນື່ອງຈາກຢາສູບເປັນສາເຫດຫຼັກຂອງການເກີດພະຍາດຊ້ຳເຮື້ອຮ້າຍແຮງເປັນຕົ້ນ: ພະຍາດ ມະເຮັງ, ປອດອຸດຕັນຊ້ຳເຮື້ອ, ຫົວໃຈວາຍ ແລະ ເສັ້ນເລືອດໃນ ສະໜອງແຕກ, ພະຍາດດັ່ງກ່າວລ້ວນແຕ່ເປັນພາລະໃຊ້ຈ່າຍໃນການປິ່ນປົວເປັນເງິນມະ ຫາສານ ແລະ ນຳມາຊຶ່ງຄວາມພິການ, ອຳມະພຶກ- ອຳມະພາດ ແລະ ເສຍຊີວິດກ່ອນໄວອັນຄວນ, ດັ່ງນັ້ນລັດຖະບານຄວນ ຈະຕ້ອງຈັດຢາສູບໃຫ້ເປັນສິນຄ້າພິເສດທີ່ຕ້ອງຄວບ ຄຸມການບໍລິໂພກ, ເພື່ອຫຼຸດອັດຕາການຕາຍທີ່ເກີດຈາກຢາສູບ, ໂດຍການຈັດຕັ້ງປະຕິ ບັດສົນທິສັນຍາອົງການອະນາໄມໂລກວ່າດ້ວຍການຄວບຄຸມຢາສູບ ແລະ ເພີ່ມທະວີ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄວບຄຸມຢາສູບໃຫ້ເຂັ້ມງວດ, ກໍຈະສາມາດ ຫຼຸດຜ່ອນການສູບຢາລົງໄດ້.
ຂໍ້ມູນ: ລາວພັດທະນາ

Related Articles

0FansLike
0FollowersFollow
0SubscribersSubscribe
- Advertisement -spot_img

Latest Articles